ໂຮງໝໍມິດຕະພາບ ແລະ ໂຄງການ GICAM ຈະຜ່າຕັດມືໂດຍບໍ່ເສຍຄ່າ

ໂຮງໝໍມິດຕະພາບ ແລະ ໂຄງການ GICAM ຈະຜ່າຕັດມືໂດຍບໍ່ເສຍຄ່າ

ໂຮງໝໍມິດຕະພາບ ຈະຮ່ວມມືກັບ ໂຄງການ GICAM ເປີດໂຄງການຜ່າຕັດມືຟຣີ ໃນລະຫວ່າງວັນທີ 4-16 ສິງຫາ 2026 ທີ່ຈະມາເຖິງນີ້.

ໂຄງການຜ່າຕັດ ແລະ ປິ່ນປົວມືດັ່ງກ່າວຈະລວມມີ ເດັກ ແລະ ຜູ້ໃຫຍ່, ບຸລິມະສິດພິເສດຈະແມ່ນຜູ້ທຸກຍາກອະນາຖາ ໂດຍມີໃບຢັ້ງຢືນຈາກອໍານາດການປົກຄອງບ້ານ.

ຄົນເຈັບທີ່ມີບັນຫາຂໍ່ມື ແລະ ມື ທີ່ອາດເກີດຈາກອຸບັດ ເຫດ ຫຼື ຜິດປົກກະຕິມາແຕ່ກໍາເນີດ ເຊັ່ນ: ນິ້ວມືຕິດຈ່ອງຈາກອຸປະຕິເຫດໄຟໄໝ້ ນໍ້າຮ້ອນລວກ, ນິ້ວມືຕິດກັນ ຫຼື ນິ້ວມືເກີນຜິດປົກກະຕິ ມາແຕ່ກໍາເນີດ, ກະດູກຂໍ່ມື ແລະ ມືຜິດຮູບ, ມີບັນຫາລະບົບປະສາດເຊັ່ນ: ມຶນຕາມປາຍມື ແລະ ແຂນ, ມືລ່ອຍ ແລະ ອື່ນໆ.

ໝາຍເຫດ: ຄ່າໃຊ້ຈ່າຍໃນການປິ່ນປົວຕ່າງໆເຊັ່ນ: ອຸປະກອນ ຂອງໂຄງການທີ່ບໍ່ໄດ້ນໍາເຂົ້າມາ, ຄ່າເດີນທາງ, ກິນຢູ່, ພັກເຊົາ, ຄ່າກວດຮ່າງກາຍ ເພື່ອກຽມຜ່າຕັດ, ຄ່າບໍລິການໃນຫ້ອງຜ່າຕັດ ແລະ ຄ່າຢາຕ່າງໆ, ຄົນເຈັບຈະຕ້ອງໄດ້ຮັບຜິດຊອບຈ່າຍດ້ວຍຕົນເອງ.

Related Articles

Leave a Reply