ລັດຖະບານເລີ່ມສ້ງໂຄງການພັດທະນາ ດອນສະແນັດເພື່ອສ້າງເປັນແຫຼ່ງທ່ອງທ່ຽວທໍາມະຊາດ, 

ລັດຖະບານເລີ່ມສ້ງໂຄງການພັດທະນາ ດອນສະແນັດເພື່ອສ້າງເປັນແຫຼ່ງທ່ອງທ່ຽວທໍາມະຊາດ, 

ໂຄງການພັດທະນາ ດອນສະແນັດເພື່ອສ້າງເປັນແຫຼ່ງທ່ອງທ່ຽວທໍາມະຊາດ, ແມ່ນ ອີງໃສ່ທ່າແຮງທາງດ້ານແຫຼ່ງຊັບພະຍາກອນທິວທັດທຳມະຊາດ ແລະ ພູມລໍາເນົາ ທີ່ສວຍງາມແທດເໝາະຕໍ່ການປົກປັກຮັກສາ ແລະ ສົ່ງເສີມ ໃຫ້ມີການພັດທະນາແບບຍືນຍົງ. ດອນສະແນັດເປັນດອນໜຶ່ງ ທີ່ຕັ້ງຢູ່ໃຕ້ດອນຄອນ, ເມືອງ ໂຂງ, ແຂວງຈໍາປາສັກ, ມີເນື້ອທີ່ ປະມານ 149 ເຮັກຕາ, ມີຊາຍແດນຕິດຈອດກັບ ດອນຄອນ, ດອນດັ່ງກ່າວ ມີປະຂາຊົນອາໄສຢູ່ ແບບບໍ່ປົກກະຕິ 5 ຄອບຄົວ.

ໂຄງການພັດທະນາດັ່ງກ່າວຄາດວ່າຈະມີການໃຊ້ທຶນ 30% ຂອງບໍລິສັດເຊົ່າເທິ້ນສະໂຕນສໍາຫຼວດ-ອອກແບບ ແລະ ກໍ່ສ້າງຈໍາກັດ ແລະ ອີກ 70% ແມ່ນເປັນທຶນກູ້ຢືມພາຍໃນຈາກທະນາຄານ. ທຶນດັ່ງກ່າວແມ່ນຈະນໍາໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ການບໍລິຫານຄູ້ມຄອງໂຄງການ, ກໍ່ສ້າງສິ່ງອໍານວຍຄວາມສະດວກ ແລະ ລະບຽບຫຼັກການຕ່າງໆ. ໄລຍະສຳປະທານທັງໝົດແມ່ນ 50 ປີ; ໃນນັ້ນມີໄລຍະກໍ່ສ້າງ  8 ປີ ແລະ ໄລຍະດໍາເນີນກິດຈະການ 42 ປີ .  

ພາລະກິດຕົ້ນຕໍ ຂອງໂຄງການແມ່ນ ສ້າງເຂດດອນສະແນັດ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວອະນຸລັກ ທໍາມະຊາດເຊີ່ງມີ ການຈັດສັນອອກແບບການພັດທະນາຢ່າງເປັນລະບຽບສວຍງາມ, ເປັນຕົວແບບຂອງການພັດທະນາເສດຖະກິດ-ສັງຄົມທີ່ເປັນມິດກັບສະພາບແວດລ້ອມ, ເສດຖະກິດມີການຂະຫຍາຍຕົວສູງ ແລະ ຍືນຍົງ

ສ້າງໃຫ້ເປັນຖານຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ດ້ານການທ່ອງທ່ຽວ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ສ້າງສັນຕິພາບ: ດືງດູດທຶນຮອນ, ເທັກໂນໂລຊີ, ຄວາມຮູ້ ແລະ ຂໍ້ມູນຂ່າວສານຈາກນັກລົງທືນ, ຜູ້ປະກອບການ, ນັກທ່ອງທ່ຽວຈາກທົ່ວໂລກໃຫ້ນັບມື້ນັບຫຼາຍຂື້ນ.

ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ ແລະ ມີຄວາມສຸກ, ປະເທດຊາດມີຄວາມຈະເລີນເຂັ້ມແຂງ ແລະ ມີບົດບາດໃນເວທີສາກົນ.

ຮັກສາ ແລະ ເຜີຍແຜ່ຮິດຄອງປະເພນີອັນດີງາມຂອງຊາດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສຳຫຼວດສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການແຫຼ່ງທ່ອງທ່ຽວດອນສະແນັດທີ່ຕັ້ງຢູ່ໃຕ້ດອນຄອນ, ເມືອງ ໂຂງ, ແຂວງຈໍາປາສັກ, ຈັດຂຶ້ນມື້ວານນີ້ ຢູ່ທີ່  ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ລະຫວ່າງ ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ, ທ່ານ ນາງ ພອນວັນ ອຸທະວົງ ແລະ ຜູ້ອຳນວຍການ ບໍລິສັດເຊົ່າເທິ້ນສະໂຕນສໍາຫຼວດ-ອອກແບບ ແລະ ກໍ່ສ້າງຈໍາກັດ, ທ່ານ ທ່ານ ວິໄລສັກດ໌ ລາຊາຣັກ.

Related Articles

Leave a Reply