ກະຊວງ ສຶກສາ ແລະ ທະນາຄານໂລກ ຫາລືສືບຕໍ່ຂະຫຍາຍການຮ່ວມມືດ້ານການສຶກສາ ໃນ ສປປ ລາວ

ກະຊວງ ສຶກສາ ແລະ ທະນາຄານໂລກ ຫາລືສືບຕໍ່ຂະຫຍາຍການຮ່ວມມືດ້ານການສຶກສາ ໃນ ສປປ ລາວ

ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານໂລກ ໄດ້ຢືນຢັນຄືນຄວາມມຸ່ງໝັ້ນໃນການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນ ສປປ ລາວ, ເຊິ່ງໄດ້ຍົກໃຫ້ເຫັນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ ຫຼື GPEIII: LEAP.

ວັນທີ 12 ພຶດສະພາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢຽມຂ່ຳນັບຂອງທ່ານ ຄຣິດຕຽນ ເອໂດ (Mr Cristian Aedo), ຫົວໜ້າຝ່າຍການສຶກສາ ຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ ຈາກທະນາຄານໂລກ.

ໃນພິທີ, ທັງສອງຝ່າຍໄດ້ຮ່ວມກັນຕີລາຄາຜົນສຳເລັດຂອງໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ ຫຼື GPEIII: LEAP, ເຊິ່ງມີມູນຄ່າການຊ່ວຍເຫຼືອ 46,9 ລ້ານໂດລາສະຫະລັດ.

 ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ, ມີຄື: ການສົ່ງເສີມເດັກເຂົ້າຮຽນໃນການສຶກສາກ່ອນໄວຮຽນ ສາມາດບັນລຸໄດ້ເຖິງ 65,837 ຄົນ ເຊິ່ງເກີນຄາດໝາຍທີ່ຕັ້ງໄວ້.

ໂຄງການອາຫານທ່ຽງໃນໂຮງຮຽນ ສາມາດຊ່ວຍເຫຼືອນັກຮຽນໄດ້ເຖິງ 112,524 ຄົນ, ແລະ ສາມາດຫຼຸດຜ່ອນອັດຕາການປະລະການຮຽນຂອງເດັກນ້ອຍລົງມາຢູ່ທີ່ 5.01%.

ນອກນັ້ນ, ການກັ່ນກອງຄວາມບົກຜ່ອງໜ້າທີ່ການຂອງເດັກ ກໍ່ສາມາດກວດກາໄດ້ເຖິງ 3,868 ຄົນ, ເຊິ່ງເກີນເປົ້າໝາຍເຊັ່ນດຽວກັນ.

ໂຄງການຍັງໄດ້ປັບປຸງພື້ນຖານໂຄງລ່າງດ້ວຍການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນໄດ້ເຖິງ 172 ແຫ່ງ ໃນ 10 ແຂວງເປົ້າໝາຍ ແລະ ການຍົກລະດັບທັກສະການສອນໃຫ້ແກ່ຄູຝຶກ ແລະ ຄູສອນຊັ້ນປະຖົມ-ອະນຸບານ ໃນຫຼາຍຮ້ອຍໂຮງຮຽນ. 

ໃນໂອກາດນີ້, ຝ່າຍກະຊວງ ສຶກສາທິການ ແລະ ກິລາ ຍັງໄດ້ສະເໜີໃຫ້ ທະນາຄານໂລກ ພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນໃນແຜນງານບຸລິມະສິດໃໝ່, ເປັນຕົ້ນແມ່ນການປັບປຸງລະບົບການສຶກສາສາຍສາມັນສຶກສາ ຈາກ (5+4+3) ມາເປັນ (6+3+3), ແລະ ການປັບປຸງຫຼັກສູດຊັ້ນປະຖົມສຶກສາໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບສະພາບການໃໝ່.

Related Articles

Leave a Reply