ໃນມື້ນີ້, ທີມງານສະເພາະກິດ 5 ພາກສ່ວນລວມມີໜ່ວຍກູ້ໄພອາສາເພື່ອປະຊາຊົນລາວ; ໜ່ວຍກູ້ໄພມູນນິທິສາຍໃຈລາວ; ສະມາຄົມສາຍທານ (ປະເທດໄທ); ສະມາຄົມ ເມດຕາທຳ ຈັງຫວັດກາລະສິນປະເທດໄທ; ສະມາຄົມໃຈເຖິງໃຈ ນະຄອນຫຼວງວຽງຈັນສືບຕໍ່ວຽກການຄົ້ນຫາ 7 ຊີວິດທີ່ຕິດຖ້ຳໃນວັນທີ 20 ພຶດສະພາ 2026 ທີ່ຜ່ານມາ ຫຼື ເປັນເວລາ 5 ວັນແລ້ວ ທີ່ບ້ານພັນໄຊ ເມືອງລອງແຈ້ງ ແຂວງໄຊສົມບູນ.
ສະເພາະແຜນຄົ້ນຫາໃນມື້ນີ້ ມີດັ່ງນີ້:
ວຽກງານພາຍໃນຖໍ້າໂດຍຈະສືບຕໍ່ຄົ້ນຫາຈາກຈຸດທີ 6 ເຊິ່ງຈະດຳນ້ຳໄປ ໂດຍໃຊ້ທີມດຳນ້ຳຂອງກູ້ໄພປະເທດເພື່ອນບ້ານ ເພື່ອໄປຫາເນີນ 30 ໄລຍະທາງປະມານ 30 ແມັດ (ເຊິ່ງເນີນນີ້ຄາດວ່າຈະມີຜູ້ລອດຊີວິດຕິດຢູ່ໃນນັ້ນ ເພາະວ່າມີອາກາດມີລົມພັດເຂົ້າມາໄດ້ຕະຫຼອດ; ທີມສູບນ້ຳ ກໍຈະດຳເນີນການສູບນ້ຳອອກໃຫ້ໄດ້ຫຼາຍທີ່ສຸດຄຽງຄູກັນກັບວຽກງານ.
ວຽກງານພາຍນອກ: ການນຳພັກລັດໄດ້ ມີການກຽມລົດ ພາຫະນະ ອຸປະກອນການແພດຈາກໂຮງໝໍ ຂັ້ນເມືອງແຂວງ ພ້ອມດ້ວຍແພດໝໍ ໄວ້ເພື່ອປິ່ນປົວ; ການນຳຂັ້ນແຂວງການນຳຂັ້ນເມືອງການນຳຂັນບ້ານ ແລະ ປກສ, ປກຊ, ຊາວໜຸ່ມບ້ານ ພ້ອມປະຊາຊົນ ປະກອບແຮງງານ ຂົນລຳລຽງສະບຽງອາຫານ ແລະ ອຳນວຍຄວາມສະດວກແກ່ວຽກງານໃຫ້ທາງສະມາຄົມ; ກ້ອນກຳລັງ ປກສ ກໍໄດ້ມີການຮັກສາຄວາມປອດໄພ ດູແລເບີ່ງແຍງຮັກສາເຄື່ອງຂອງ; ກ້ອນກຳລັງຈາກກອງທັບປະຊາຊົນລາວ ກໍແມ່ນໄດ້ກະກຽມຍົນທັງ ໄປ-ມາ ສະແຕນບາຍລຳລຽງຍຸດໂທປະກອນໃຫ້.
ຊີ້ນຳວຽກງານລວມໂດຍທ່ານ ເຈົ້າແຂວງ ຊີ້ນຳວຽກງານສະເພາະໂດຍ ປະທານ ສະມາຄົມອາສາເພື່ອປະຊາຊົນລາວ ຮ່ວມກັບ ປະທານມູນນິທິສາຍໃຈລາວ 1666.
ທີ່ມາ: ສະມາຄົມອາສາເພື່ອປະຊາຊົນ

