ລັດຖະບານຕົກລົງເລື່ອນກອງ​ປະ​ຊຸມຜູ້​ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງ​ປະ​ຊຸມ​ສຸດຍອດອື່ນໆ

ລັດຖະບານຕົກລົງເລື່ອນກອງ​ປະ​ຊຸມຜູ້​ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງ​ປະ​ຊຸມ​ສຸດຍອດອື່ນໆ

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ ໃນມື້ນີ້ ໃຫ້ຮູ້ວ່າ: ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ​ໄດ້​ຕົກ​ລົງເລື່ອນກອງ​ປະ​ຊຸມຜູ້​ນຳປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ກອງ​ປະ​ຊຸມ​ສຸດຍອດ ACMECS ຄັ້ງ​ທີ 9, ກອງ​ປະ​ຊຸມ​ສຸດຍອດ CLMV ຄັ້ງ​ທີ 10 ແລະ ກອງ​ປະ​ຊຸມ​ສຸດຍອດ CLV ຄັ້ງ​ທີ 11 ທີ່​ມີ​ແຜນ​​ຈະ​ຈັດ​ຂຶ້ນ​ໃນວັນ​ທີ 25-27 ມີ​ນາ 2020 ທີ່ ນະຄອນຫຼວງວຽງຈັນ ​ອອກ​ໄປ​ກ່ອນ​ຈົນ​ກວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ຈະມີ​ທ່າ​ອ່ຽງ​ຫຼຸດ​ລົງ ແລະ ສາ​ມາດ​ຄວບ​ຄຸມ​ໄດ້​ໃນ​ລະ​ດັບ​ທີ່​ແນ່​ນອນ.

ປະ​ຈຸ​ບັນເຫັນ​ວ່າ ທົ່ວ​ໂລກ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງເຊື້ອຈຸລະໂລກ​ສາຍ​ພັນ​ໃໝ່ 2019 (COVID-19) ນັບ​ມື້​ນັບ​ເພີ່ມ​ຂຶ້ນ ລວມ​ທັງ​ມີຜູ້​ເສຍ​ຊີ​ວິດເປັນຈໍານວນຫຼາຍ.

ຫຼາຍ​ປະ​ເທດ​ໄດ້​ດຳ​ເນີນ​ທຸກວິ​ທີ​ທາງເພື່ອ​ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ພະ​ຍາດ​ດັ່ງ​ກ່າວ ໃນ​ນັ້ນ​ລວມ​ໄປ​ເຖິງ​ການ​ໃຊ້​ມາດ​ຕະ​ການ​ຫຼີກ​ລ່ຽງ​ການ​ເດີນ​ທາງ​ໄປ​ຕ່າງ​ແຂວງ/ເຂດ​ແຄວ້ນ ແລະ ຕ່າງ​ປະ​ເທດ ທີ່​ມີ​ຄວາມ​ສ່ຽງ, ການກວດ​ສຸ​ຂະ​ພາບ​ທີ່​ເຄັ່ງ​ຄັດ, ມີ​ການ​ກັກ​ຕົວ​ເພື່ອກວດ​ຫາ​ເຊື້ອ​ພະ​ຍາດ ແລະ ອື່ນໆ.

ສ​ປ​ປ ລາວ ກໍ່​ໄດ້​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ໂລກ​ຢ່າງ​ໃກ້​ຊິດເພື່ອ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນພະ​ຍາດ​ດັ່ງ​ກ່າວລວມ​ໄປ​ເຖິງ​ມາດ​ຕະ​ການ​ຕ່າງໆ​ທີ່​ກ່າວ​ມາ​ຂ້າງ​ເທິງ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply