ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ພ້ອມໃຫ້ການຊ່ວຍເຫຼືອດ້ານອຸປະກອນເຊັ່ນ: ສະບູ-ເຈວລ້າງມື, ເຄື່່ອງກວດອຸນຫະພູມ ແລະ ຜ້າປິດປາກ-ດັງ ໃຫ້ກັບບັນດາໂຮງຮຽນທີ່ມີຄວາມຕ້ອງການເພື່ອປ້ອງກັນການຕິດເຊື້ອພະຍາດັ່ງກ່າວ.
ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ສຳພາດກັບນັກຂ່າວວຽງຈັນທາຍ ໃນວັນທີ 13 ມີນາ ທີ່ຜ່ານມາວ່າ: ໂຮງຮຽນທີ່ມີຄວາມຕ້ອງການອຸປະກອນດັ່ງກ່າວໃຫ້ສະເໜີຫາກະຊວງສຶກສາທິການ ແລະ ກິລາ ເພື່ອສະເໜີຕໍ່ໃຫ້ທາງຄະນະສະເພາະກິດກ່ອນຈະຈັດສົ່ງມອບອຸປະກອນໃຫ້.
ໃນໄລຍະຜ່ານມາທາງຄະນະສະເພາະກິດໄດ້ແຕ່ງຕັ້ງໜ່ວຍງານລົງໄປຕາມແຕ່ລະໂຮງຮຽນ ເພື່ອໃຫ້ຂໍ້ມູນກ່ຽວກັບວິທີການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ໄດ້ແນະນຳໃຫ້ຄູ ແລະ ນັກຮຽນຕິດຕາມຂໍ້ມູນຂ່າວສານເປັນປະຈຳ ແລະ ຖ້າທ່ານຢາກຂໍຄຳແນະນຳ ຫຼື ມີຄຳຖາມສາມາດຕິດຕໍ່ສາຍດ່ວນໄດ້ທີ່ເບີ 166.
ຂ່າວ: ແກ້ວວຽງຄອນ ບຸນວິເສດ