ເຈົ້າໜ້າທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ໄດ້ແຈ້ງໃຫ້ຮູ້ວ່າ: ອຸປະກອນການແພດໂດຍສະ ເພາະເຄື່ອງວັດແທກອຸນຫະພູມເພື່ອກວດຄົນເຂົ້າມາລາວຢູ່ດ່ານດັ່ງກ່າວແມ່ນຍັງບໍ່ພຽງພໍ.
ທ່ານ ວິໄລສັກ ພັນທະວົງ ຮອງຫົວໝ້າດ່ານສາ ກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ໃນບໍ່ດົນມານີ້ວ່າ: ຈຸດພິເສດຂອງດ່ານດັ່ງກ່າວນີ້ ຈະມີຊ່ອງຜູ້ໂດຍສານ, ຊ່ອງພາຫະນະສ່ວນບຸກຄົນ ແລະ ຊ່ອງລົດຂົນສົ່ງສິນຄ້າທີ່ມີຫຼາຍຊ່ອງ.
ດັ່ງນັ້ນ ອຸປະກອນທີ່ມາວັດແທກອຸນຫະພູມເພື່ອຊອກຫາຜູ້ສົງໄສ ຫຼື ຕິດເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ແມ່ນບໍ່ພຽງພໍ, ຊຶ່ງປະຈຸບັນນີ້ມີພຽງແຕ່ 3 ເຄື່ອງ ແລະ ມີທີມງານແພດໝໍທີ່ປະຈໍາຢູ່ດ່ານ ຈໍານວນ 4 ຄົນ ເພື່ອກວດປະຊາຊົນທີ່ຂ້າມມາແຕ່ຝັ່ງເບື້ອງ ປະເທດໄທ, ສະເພາະປະຊາຊົນລາວ ຫຼື ຕ່າງປະເທດ ທີ່ຈະຂ້າມໄປປະເທດໄທ ແມ່ນທາງແພດໝໍໄທ ຈະເປັນຜູ້ກວດ, ທີມແພດໝໍນີ້ແມ່ນຈະ ມາປະຈໍາຢູ່ດ່ານແຕ່ 6 ໂມງເຊົ້າ ຫາ 22 ໂມງກາງຄືນ.
ຖ້າພົບວ່າຜູ້ໃດມີອຸນຫະພູມສູງກວ່າ 37,5 ອົງສາ, ມີໄຂ້, ໄອ,ຈາມ ຖືກຕາມນິຍາມຂອງ COVID-19 ແມ່ນຈະຖືກສອບປະຫວັດ ແລະ ຈະຖືກກັກຕົວຢູ່ສູນກັກຕົວທີ່ໂຮງໝໍແຂວງສະຫວັນນະເຂດ ເປັນເວລາ 14 ວັນ.
ຫຼັງຈາກທີ່ມີການແຜ່ລະບາດຂອງພະຍາດດັ່ງ ກ່າວຢູ່ປະເທດອ້ອມຂ້າງ ໄດ້ມີການຊີ້ນໍາຈາກກະຊວງສາທາລະນະສຸກ ທາງດ່ານກໍ່ໄດ້ມີການ ເລີ່ມກວດຢ່າງເຂັ້ມງວດ, ຮອດປະຈຸບັນ ແມ່ນໄດ້ພົບກໍລະນີສົງໄສຜູ້ຕິດເຊື້ອ ພະຍາດ COVID-19 ພຽງແຕ່ 1 ຄົນເປັນຄົນລາວ ເພດຍິງ ປະຊາຊົນ ແຂວງສະຫວັນນະເຂດ ທີ່ໄປເຮັດວຽກຢູ່ບາງກອກ ປະເທດໄທ ເຊິ່ງໄດ້ເດີນທາງມາ ສປປ ລາວ ໃນວັນທີ 17 ມີນາ ທີ່ຜ່ານມາ.
ຜູ້ຍິງຄົນດັ່ງກ່າວແມ່ນໄດ້ຖືກສອບປະຫວັດ ແລະ ໄດ້ມີການກັກຕົວເປັນເວລາ 14 ວັນແລ້ວເພື່ອຕິດຕາມອາການຢ່າງໃກ້ຊິດ.
ທ່ານ ວິໄລສັກ ໄດ້ກ່າວຕື່ມວ່າ: ໃນຜ່ານມາ ມີຂ່າວທີ່ບໍ່ແມ່ນມູນຄວາມຈິງ ອອກຢູ່ສື່ສັງຄົມອອນລາຍເປັນຈໍານວນຫຼາຍ ວ່າຈະມີການປິດ ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2, ຂໍຢືນຍັນວ່າ ບໍ່ມີມູນຄວາມຈິງ ເປັນພຽງຂ່າວລືເທົ່ານັ້ນ ເພາະເປັນດ່ານສາກົນ ນອກຈາກວ່າຈະມີຄໍາສັ່ງຈາກຂັ້ນເທີງເທົ່ານັ້ນ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ