Vientiane Times Lao
ໂຄງການປັບປຸງສະໜາມບິນຫ້ວຍຊາຍ ຈະແລ້ວພາຍໃນປີນີ້

ໂຄງການປັບປຸງສະໜາມບິນຫ້ວຍຊາຍ ຈະແລ້ວພາຍໃນປີນີ້

ໂຄງການປັບປຸງຍົກລະດັບສະໜາມບິນຫ້ວຍຊາຍ ແຂວງບໍ່ແກ້ວ ຄາດວ່າຈະໃຫ້ສໍາເລັດໃນ ເດືອນພະຈິກ 2020, ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມແຕ່ເດືອນກັນຍາ 2018 ແລະ ປະຈຸບັນ ສຳເລັດແລ້ວ 50%.

ທ່ານ ຈອມ ໄຊສອນຄໍາ, ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ວ່າ: ໂຄງການດັ່ງກ່າວ ແມ່ນການກໍ່ສ້າງ ແລະ ປັບປຸງສະໜາມບິນເກົ່າທີ່ຮັບໃຊ້ການບໍລິການຢູ່ໃນປະຈຸບັນ ໃຫ້ມີຄວາມປອດໄພຂຶ້ນຕື່ມໃນການນໍາເອົາເຮືອບິນຂຶ້ນ-ລົງສະໜາມບິນ, ຊຶ່ງຈະສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ເຊັ່ນ: ATR 72, MA-60 ຫຼື ທຽບເທົ່າໄດ້.

ພ້ອມນັ້ນ, ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວ ແຂວງບໍ່ແກ້ວ, ໂດຍສະເພາະ ແມ່ນວຽກງານການຂົນສົ່ງທາງອາກາດ ເພື່ອຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານແຫ່ງ ສປປ ລາວ.

ໂຄງການນີ້ ແມ່ນຂະຫຍາຍ ເສັ້ນທາງແລ່ນຈາກທີ່ມີຄວາມກວ້າງ 19 ແມັດ ມາເປັນ 36 ແມັດ ແລະ ຍາວ 1,450 ແມັດ ມາເປັນ 1,660 ແມັດ. ພ້ອມນັ້ນ ຍັງໄດ້ກໍ່ສ້າງຮົ້ວອ້ອມສະໜາມບິນ, ສ້ອມແປງຖະໜົນຫົນທາງ ແລະ ລະບົບລະບາຍນ້ຳ, ສ້ອມແປງອາຄານຜູ້ໂດຍສານ, ບ່ອນຈອດເຮືອບິນ, ບ່ອນຈອດລົດໂດຍສານ ແລະ ວຽກງານອື່ນໆ.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply