ລັດຖະບານເຫັນດີໃຫ້ປິດຊົ່ວຄາວໂຮງຮຽນ ຕ່າງໆທັງພາກລັດ ແລະ ເອກະຊົນໃນທົ່ວປະເທດ ນັບແຕ່ວັນທີ 19 ມີນາ ຫາ ວັນທີ 21 ເມສາ 2020 ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19.
ບັນດາໂຮງຮຽນທີ່ໃຫ້ປິດຊົ່ວຄາວແມ່ນນັບແຕ່ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ປະຖົມສຶກສາ, ມັດທະຍົມ, ວິທະຍາໄລ, ອາຊີວະສຶກສາ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ (ທັງພາກລັດ ແລະ ເອກະຊົນ) ລວມທັງໂຮງຮຽນ ສຶກສາສົງ ໃນທົ່ວປະເທດ ຈົນກວ່າມີການປ່ຽນແປງ. ພ້ອມກັນນັ້ນ ກໍ່ໃຫ້ສົມທົບກັບບັນດາໂຮງຮຽນ ເພື່ອຮີບຮ້ອນຄົ້ນຄວ້າປືກສາຫາລື ເພື່ອກຳນົດນະໂຍບາຍ ຫຼື ຄໍາແນະນໍາໃນການສົ່ງເສີມວິທີການຮຽນ-ການສອນ ໂດຍຜ່ານລະບົບອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວິທີການອື່ນໆ ໃຫ້ນັກຮຽນ-ນັກສຶກສາ.
ອີງຕາມແຫຼ່ງຂ່າວຈາກສໍານັກງານນາຍົກລັດຖະມົນຕີ, ການຕົກລົງດັ່ງກ່າວແມ່ນໃນໂອກາດຂອງການດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນມີນາ 2020 ທີ່ດຳເນີນໃນວັນທີ 18 ມີນາ 2020 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.
ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ, ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ, ລັດຖະບານຈະສືບຕໍ່ປະຕິບັດມາດຕະການຜ່ານມາ ທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມເຕີມຕາມການຕົກລົງເຫັນດີໃນກອງປະຊຸມຕື່ມອີກລວມມີ:
-ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ. ສ່ວນດ່ານສາກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ໃນນັ້ນ ລວມເຖິງຄວາມພ້ອມທາງດ້ານອຸປະກອນ ແລະ ພະນັກງານ ໃນການກວດກາ, ກັ່ນຕອງຫາຜູ້ຕິດເຊື້ອພະຍາດຢ່າງໄດ້ຖີ່ຖ້ວນຕາມມາດຕະຖານ ຈຶ່ງອະນຸຍາດໃຫ້ເປີດໃຫ້ ເຂົ້າ-ອອກ ປົກກະຕິໄດ້.
-ໂຈະການອອກວີຊາກັບດ່ານທຸກປະເພດ, ລວມທັງ ອີ-ວີຊາ (E-Visa) ແລະ ການອອກວີຊາທ່ອງທ່ຽວ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ວີຊາເຂົ້າລາວ ແລ້ວກໍ່ຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວ ໃນໄລຍະ 14 ວັນ ຜ່ານມາ. ສຳລັບປະເທດ ທີ່ໄດ້ຮັບການຍົກເວັ້ນວີຊາ ແມ່ນເຫັນດີໃຫ້ຍົກເລີກການຍົກເວັ້ນວີຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາ ໃໝ່ຂອງລັດຖະບານ.
-ຫຼີກເວັ້ນການເດີນທາງໄປຕ່າງປະເທດ ໃນໄລຍະນີ້ຂອງພົນລະເມືອງລາວ, ໂດຍສະເພາະການເດີນທາງດ້ວຍຍົນ ແລະ ພາຫະນະທີ່ມີຄົນຫຼາຍ.
-ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວດ້ວຍຕົນເອງຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ. ກໍລະນີມີອາການໄຂ້ ຕ້ອງຕິດຕໍ່ຫາໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍດ່ວນ.
-ຫຼີກເວັ້ນການໂຮມຊຸມນຸມໃຫຍ່ທີ່ມີມວນຊົນເຂົ້າຮ່ວມຈຳນວນຫຼາຍເປັນຕົ້ນ: ງານບຸນປະເພນີຕ່າງໆ, ງານວາງສະແດງສິນຄ້າ, ງານແຂ່ງຂັນກິລາ, ງານດອງ, ບັນດາກິດຈະກຳຕ່າງໆໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ແລະ ອື່ນໆ.
-ປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານນວດ, ສ່ວນກິດຈະການ ອື່ນໆ ແມ່ນສາມາດດໍາເນີນໄດ້ປົກກະຕິ ແຕ່ໃຫ້ບັນດາເຈົ້າຂອງກິດຈະການ ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນແມ່ນການກວດອຸນຫະພູມ ແລະ ສະໜອງນໍ້າຢາລ້າງມືໃຫ້ລູກຄ້າ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ.
-ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດິນທາງມາຈາກປະເທດ ທີ່ມີຄວາມສ່ຽງໃນນັ້ນ ລວມເຖິງແຮງງານລາວ ແລະ ນັກສຶກສາລາວ ທີ່ຈະເດີນທາງກັບລາວ ໃນໂອກາດບຸນປີໃໝ່ລາວໃນປີນີ້ (ກ່ຽວກັບແຮງງານລາວ ຈະມີການແນະນຳລະອຽດຕ່າງຫາກ).
-ແນະນຳໃຫ້ຄົນລາວ ທີ່ອາໄສຢູ່ຕ່າງປະເທດ ເລື່ອນການເດີນທາງກັບປະເທດ ຈົນກວ່າສະຖານະການລະບາດທົ່ວໂລກຈະດີຂຶ້ນ.
ຕາມຂໍ້ມູນສະຖິຕິ ມາຮອດ ເວລາ 06:00 ໂມງ (ເຊົ້າ) ວັນທີ 18 ມີນາ ມີຫຼາຍກວ່າ 165 ປະເທດທີ່ມີການລະບາດ, ມີກໍລະນີຢັ້ງຢືນ ຜູ້ຕິດເຊື້ອແລ້ວ 199,092 ກໍລະນີ, ເສຍ ຊິວິດ 7,966 ກໍລະນີ, ປິ່ນປົວດີແລ້ວ 81.109 ຄົນ. ໃນວັນທີ 12 ມີນາ 2020 ນີ້ ອົງການອະນາໄມໂລກ ໄດ້ປະກາດເຫດການສຸກເສີນທາງດ້ານສາທາລະນະສຸກ ເປັນການລະບາດໃຫຍ່ (pandemic) ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ຍົກລະດັບມາດຕະການເຝົ້າລະວັງ, ສະກັດກັ້ນ ແລະ ຄວບຄຸມການລະບາດ ແລະ ໂຕ້ຕອບ.
ສ່ວນສະພາບຢູ່ ສປປ ລາວ, ເຖິງວ່າໃນ ປະຈຸບັນ ຍັງບໍ່ທັນກວດພົບຜູ້ຕິດເຊື້ອພະ ຍາດ COVID-19, ແຕ່ປະເທດເຮົາກໍ່ຍັງມີຄວາມສ່ຽງສູງຍ້ອນວ່າ ປະເທດເຮົາມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.
ດັ່ງນັ້ນ ເຖິງວ່າບໍ່ທັນກວດພົບຜູ້ຕິດເຊື້ອເທື່ອ, ລັດຖະບານ ກໍ່ໄດ້ສຸມໃສ່ບັນດາມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະພາບການ ກໍລະນີທີ່ກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.
ຂ່າວ: ວຽງຈັນທາຍ
ພາບ: ສໍານັກງານນາຍົກລັດຖະມົນຕີ