Vientiane Times Lao
ລັດຮຽກຮ້ອງບໍ່ໃຫ້ວິຕົກກັງວົນຈົນເກີນໄປ ໃນໄລຍະການລະບາດຂອງ COVID-19 ຢູ່ປະເທດຕ່າງໆ

ລັດຮຽກຮ້ອງບໍ່ໃຫ້ວິຕົກກັງວົນຈົນເກີນໄປ ໃນໄລຍະການລະບາດຂອງ COVID-19 ຢູ່ປະເທດຕ່າງໆ

ໃນໄລຍະທີ່ຫຼາຍປະເທດກໍາລັງພົບກັບບັນຫາການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19), ລັດຖະບານ ສປປ ລາວ ໄດ້ມີຫຼາຍມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ.  

ອີງຕາມແຫຼ່ງຂ່າວຈາກສໍານັກງານນາຍົກລັດຖະມົນຕີໄດ້ລະບຸວ່າ: ມາດຕະການທີ່ສໍາຄັນອັນໜຶ່ງແມ່ນປຸກລະດົມທົ່ວສັງຄົມ ກໍ່ຄືປະຊາຊົນ ບໍ່ໃຫ້ແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກເວັ້ນພຶດຕິກໍາ ທີ່ເຮັດໃຫ້ສະພາບການທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍຂຶ້ນ ເປັນຕົ້ນແມ່ນການກັກຕຸນສິນຄ້າເຄື່ອງອຸປະໂພກບໍລິໂພກ ແລະ ວິພາກວິຈານ ທີ່ບໍ່ຖືກກັບຄວາມເປັນຈິງ.

ພ້ອມກັນນີ້, ຈະມີມາດຕະການເຄັ່ງຄັດຕໍ່ກັບຜູ້ທີ່ສວຍໂອກາດໃນການກັກຕຸນສິນຄ້າ ໂດຍສະເພາະແມ່ນສິນຄ້າທີ່ຈຳເປັນເຊັ່ນ: ໜ້າກາກອະນາໄມ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ ແລະ ອື່ນໆ.

ຕ້ອງເພີ່ມທະວີການກວດກາ ແລະ ປະຕິບັດມາດຕະການຕໍ່ການກະທໍາທີ່ສ້າງຄວາມສັບ ສົນ ຫຼື ສ້າງຄວາມເຂົ້າໃຈຜິດໃນຮູບແບບຕ່າງໆ ເຊັ່ນ: ການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງທາງສື່ສັງຄົມອອນລາຍ ແລະ ສື່ອື່ນໆ. ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ ທີ່ຄາດວ່າຈະມີການຂາດແຄນ ມີການຈຳກັດການສົ່ງອອກ ໂດຍຖືວິກິດອັນນີ້ ໃຫ້ເປັນໂອກາດໃນການເພີ່ມທະວີຄວາມສາມາດໃນການກຸ້ມຕົນເອງ ແລະ ເພິ່ງຕົນເອງ.

ສືບຕໍ່ການປະສານງານແລກປ່ຽນຂໍ້ມູນຂ່າວສານ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫລືອຈາກສາກົນ ໂດຍສະເພາະໃນດ້ານທີ່ຈໍາເປັນ ແລະ ຍັງບໍ່ທັນມີຄວາມພ້ອມ.

ມາດຕະການທີ່ກ່າວມານັ້ນແມ່ນໜຶ່ງໃນຫຼາຍມາດຕະການທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນມີນາ 2020.

ທ່ານນາຍົກລັດຖະມົນຕີ ຍັງກ່າວຕື່ມວ່າ: ມາດຕະການທີ່ກ່າວມານັ້ນ ຈະຖືກທົບທວນ ແລະ ປັບປຸງໂດຍອີງໃສ່ຂໍ້ມູນໃໝ່ດ້ານວິທະຍາສາດ ແລະ ການຜັນແປຂອງສະພາບການຕົວຈິງ ບົນພື້ນຖານການປະສານງານ, ຄົ້ນຄວ້າ ແລະ ປຶກສາຫາລືກັບຊ່ຽວຊານ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ຄໍາຄິດເຫັນຂອງສັງຄົມ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນໃນທົ່ວສັງຄົມ ເປັນເຈົ້າການ ໃນການຜັນຂະຫຍາຍເປັນມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ພ້ອມກັນນັ້ນ, ກໍ່ໃຫ້ຄະນະສະເພາະກິດຕິດຕາມ ແລະ ປະເມີນຜົນບັນດາມາດຕະການຈັດຕັ້ງດັ່ງກ່າວ ເພື່ອສະເໜີພິຈາລະນາປັບປຸງ ຫລື ແກ້ໄຂໃຫ້ແທດກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.

ຂ່າວ: ວຽງຈັນທາຍ

ພາບ: ສໍານັກງານນາຍົກລັດຖະມົນຕີ

Related Articles

Leave a Reply