ເຖິງວ່າມາຮອດປະຈຸບັນ ສປປ ລາວ ຍັງບໍ່ມີລາຍງານກໍລະນີຜູ້ຕິດເຊື້ອພະຍາດ COVID-19 ກໍ່ຕາມ ແຕ່ມັນກໍ່ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ, ດັ່ງນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກພາກສ່ວນເອົາໃຈໃສ່ຈັດຕັ້ງປະຕິບັດບັນຫາສຳຄັນຮີບດ່ວນຕ່າງໆ.
ບາງບັນຫາສຳຄັນຮີບດ່ວນຈຳນວນໜຶ່ງ ທີ່ ທ່ານ ນາຍົກ ໄດ້ຊີ້ນໍາໃນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມີນາ 2020 ທີ່ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 18 ຫາ 19 ມີນາ ທີ່ສໍານັກງານນາຍົກລັດຖະມົນຕີ ມີດັ່ງນີ້:
ໃຫ້ຄະນະສະເພາະກິດເພື່ອຊີ້ນຳການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ທີ່ມີ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ເປັນ ຫົວໜ້າຄະນະນັ້ນ ປັບປຸງການຈັດຕັ້ງຄະນະສະເພາະກິດ ໂດຍເພີ່ມຕົວແທນຂອງຂະແໜງການທີ່ເຮັດວຽກຕົວຈິງເຂົ້າຕື່ມ ແລະ ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ.
ເຫັນດີໃຫ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂຜົນກະທົບທາງດ້ານເສດຖະກິດ ຈາກການແຜ່ລະບາດຂອງພະຍາດ COVID-19 ໂດຍມອບໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ໃຫ້ປະກອບຄະນະຈາກຂະແໜງການທີ່ກ່ຽວຂ້ອງ.
ໃຫ້ກະຊວງສຶກສາທິການ ແລະ ກິລາ ອອກຂໍ້ແນະນຳລະອຽດກ່ຽວກັບການປິດສະຖານສຶກສາຕ່າງໆ ໂດຍໃຫ້ມີມາດຕະການຄຸ້ມຄອງຢ່າງລະອຽດຈະແຈ້ງ, ຈະຈັດການຮຽນການສອນແນວໃດ ສຳລັບໂຮງຮຽນ ທີ່ມີເງື່ອນໄຂໃນການຮຽນທາງໄກ ຫຼື ກະກຽມການສອນທົດແທນໃນເວລາພັກແລ້ງ. ໃຫ້ປຶກສາຫາລືກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນຳໃຊ້ການສອນທາງໄກດ້ວຍລະບົບອອນລາຍ, ໃຫ້ຄົ້ນຄວ້າຫຼຸດຄ່າອິນເຕີເນັດ ເພື່ອປະກອບສ່ວນຊ່ວຍການສຶກສາທາງໄກ ໃນໄລຍະນີ້.
ໃຫ້ແຕ່ລະກະຊວງ, ອົງການອະນຸຍາດ ໃຫ້ລັດຖະກອນທີ່ມີລູກຮຽນຢູ່ໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານ ຜັດປ່ຽນກັນພັກ ເບິ່ງແຍງລູກຫຼານຢູ່ເຮືອນ, ບໍ່ໃຫ້ເອົາລູກໄປຫ້ອງການ.
ໃຫ້ກະຊວງສາທາລະນະສຸກ ກະກຽມຄວາມພ້ອມທາງດ້ານບຸກຄະລາກອນ, ອຸປະກອນການແພດ ແລະ ສະຖານທີ່ ເພື່ອຮອງຮັບໃນກໍລະນີມີການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນນີ້ ໃຫ້ຄັດເລືອກເອົານັກສຶກສາແພດສາດເຂົ້າຮ່ວມໃນທີມງານປະຈຳຢູ່ຈຸດຕ່າງໆ.
ກະຊວງກະສິກຳ ແລະ ປ່າໄມ້ ເພີ່ມທະວີການຊີ້ນຳຢ່າງແທດເຖິງຕໍ່ການຊຸກຍູ້ການຜະລິດກະສິກຳ ທີ່ເປັນສິນຄ້າ ຊຶ່ງມີຕະຫຼາດຮັບຮອງແລ້ວ ແລະ ການຜະລິດ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ; ສຶກສາ ອົບຮົມ ແລະ ປຸກລະດົມຂະບວນການຜະລິດຕາມຈິດໃຈເພິ່ງຕົນເອງ ກຸ້ມຕົນເອງຂອງປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ.
ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນຈັດຕັ້ງປະຕິບັດລາຄາໄຟຟ້າໃໝ່ ທີ່ລັດຖະບານໄດ້ຕົກລົງແລ້ວ; ຊຸກຍູ້ໃຫ້ຜູ້ລົງທຶນທີ່ຄ້າງຊຳລະຄ່າສຳປະທານໂຄງການຕ່າງໆ ໄປປະຕິບັດພັນທະດັ່ງກ່າວໃຫ້ກະຊວງການເງິນຢ່າງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ; ກຽມພ້ອມສະໜອງໄຟຟ້າໃຫ້ ມີສະຖຽນລະພາບປົກກະຕິ.
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເອົາໃຈໃສ່ຕິດຕາມກວດກາ ຢ່າງເຂັ້ມງວດ ສະຖານບັນເທິງ, ຮ້ານຄາຣາ ໂອເກະ, ຮ້ານນວດຕ່າງໆ ໃຫ້ປິດຕາມທີ່ລັດຖະບານໄດ້ຕົກລົງຊີ້ນຳໄປນັ້ນ; ພ້ອມກັນນີ້ ໃຫ້ຮີບຮ້ອນສົມທົບກັບຜູ້ປະກອບການ ຖືໂອກາດນີ້ປັບປຸງ ແລະ ກະກຽມສະຖານທີ່ທ່ອງທ່ຽວ ໄວ້ຮອງຮັບພາຍຫຼັງພະຍາດລະບາດສາມາດຄວບຄຸມໄດ້ໃນທົ່ວໂລກ; ເອົາໃຈໃສ່ຊີ້ນຳ ແລະ ຄຸ້ມຄອງການຖະແຫຼງຂ່າວ, ອອກຂ່າວ ກ່ຽວກັບການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານວາງອອກ ໃຫ້ຖືກຕ້ອງ, ທັນການ, ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງໃຫ້ທັນເວລາ.
ກະຊວງການຕ່າງປະເທດ ແລະ ກະຊວງ ປ້ອງກັນຄວາມສະຫງົບ ເອົາໃຈໃສ່ຄຸ້ມຄອງດ່ານຕາມມາດຕະການທີ່ລັດຖະບານ ໄດ້ວາງອອກ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ເພີ່ມທະວີການປະຕິບັດບົດບາດໜ້າທີ່ຂອງຕົນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ທົ່ວສັງຄົມ; ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມ ກວດກາ ແລະ ແກ້ໄຂການລະເມີດຕໍ່ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການ.
ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປຶກສາຫາລື ແກ້ໄຂບັນຫາຕ່າງໆ ກ່ຽວກັບການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານສາກົນໃຫ້ທັນເວລາ, ຮັບປະກັນ ການສະໜອງສິນຄ້າທີ່ຈຳເປັນຕ່າງໆ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່າ; ແກ້ໄຂການສວຍໂອກາດກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າ ແລະ ການລະເມີດອື່ນໆ ທາງດ້ານການຄ້າ ໃຫ້ເຂັ້ມງວດ, ທັນເວລາ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສັນແຮງງານ ໃຫ້ແກ່ໂຄງການຕ່າງໆ ທີ່ຍັງມີຄວາມຕ້ອງການ; ຄຸ້ມຄອງແຮງງານ ທີ່ມາຈາກຕ່າງປະເທດ ໃຫ້ເຂັ້ມງວດຕາມມາດຕະການຕ່າງໆ ທີ່ລັດຖະບານໄດ້ວາງອອກ.
ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງການກໍ່ສ້າງທາງລົດໄຟ ແລະ ທາງດ່ວນຕາມແຜນທີ່ໄດ້ກຳນົດໄວ້; ຄຸ້ມຄອງການບິນ ໃຫ້ໄປຕາມລະບຽບການທີ່ລັດຖະບານໄດ້ວາງອອກ.
ໃຫ້ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຂອງລັດຖະບານ ກ່ຽວກັບການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີຊົ່ວຄາວຢ່າງເຂັ້ມງວດ, ຄຸ້ມຄອງການສະຫຼອງປີໃໝ່ໃຫ້ຖືກຕ້ອງຕາມແຈ້ງການ ສະບັບເລກທີ 397/ຫສນຍ, ລົງວັນທີ 19 ມີນາ 2020, ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ຊຸກຍູ້ຊີ້ນຳການຜະລິດສິນຄ້າ, ການຜະລິດສະບຽງອາຫານຢູ່ໃນທ້ອງຖິ່ນຂອງຕົນ ຮັບປະກັນບໍ່ໃຫ້ມີຜົນກະທົບທີ່ບໍ່ດີ ຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ.
ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ແລະ ອົງການຈັດຕັ້ງທາງສັງຄົມ ຕ້ອງເປັນເຈົ້າການເຂົ້າຮ່ວມຂະບວນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະບາດ ຂອງພະຍາດ COVID-19. ພ້ອມທັງ ປຸກລະດົມ ແລະ ຊຸກຍູ້ປະຊາຊົນບັນດາເຜົ່າ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວ, ທັງຊຸກຍູ້ການຜະລິດປົວແປງຊີວິດການເປັນຢູ່ຂອງປະຊາຊົນ.
ທຸກໆກະຊວງ-ອົງການ ແລະ ທ້ອງຖິ່ນ ຕ້ອງຕັ້ງໜ້າເປັນເຈົ້າການຈັດຕັ້ງປະຕິບັດບົດບາດ, ໜ້າທີ່ຂອງຕົນ ແລະ ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນຂະບວນການປ້ອງກັນ, ສະກັດກັ້ນພະຍາດ COVID-19 ໃຫ້ໄດ້ຮັບຜົນຕາມມາດຕະການຕ່າງໆ ທີ່ລັດຖະບານໄດ້ວາງອອກ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂໍ້ມູນສໍານັກງານນາຍົກລັດຖະມົນຕີ)
ພາບ: ຄໍາພັນ