Vientiane Times Lao
ລາຄານ້ຳມັນເຊື້ອໄຟທຸກຊະນິດ ຈະປັບລົງອີກເລີ່ມມື້ອື່ນ

ລາຄານ້ຳມັນເຊື້ອໄຟທຸກຊະນິດ ຈະປັບລົງອີກເລີ່ມມື້ອື່ນ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃນວັນທີ 23 ມີນາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ.

ການລົງລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດ ໃນວັນທີ 24 ມີນາ 2020 ເລີ່ມແຕ່ເວລາ 6:00 ໂມງເປັນຕົ້ນໄປ, ເຊິ່ງລາຍລະອຽດມີດັ່ງນີ້: ແອັດຊັງພິເສດປັບລົງ 600 ກີບ/ລິດ, ຈາກ 9.720 ກີບ/ລິດ ລົງມາເຫຼືອ 9.120 ກີບ/ລິດ, ແອັດຊັງທຳມະດາ ປັບລົງ 510 ກີບ/ລິດ, ຈາກ 8.890 ກີບ/ລິດ ລົງມາເຫຼືອ 8.380 ກີບ/ລິດ ແລະ ກາຊວນປັບລົງ 160 ກີບ/ລິດ, ຈາກ 7.900 ກີບ/ລິດ ລົງມາເຫຼືອ 7.740 ກີບ/ລິດ.

ຂ່າວ: ວຽງຈັນທາຍ

ພາບ: ບົວຜັນ

Related Articles

Leave a Reply