ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ–ທອງເຊໂປນ ເມື່ອບໍ່ດົນມານີ້ ໄດ້ມອບຕູ້ວາງສະແດງ ລວມມູນຄ່າ 25.000 ໂດລາສະຫະລັດ ໃຫ້ແກ່ຫໍພິພິທະພັນແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ, ຫໍພິພິທະພັນ ແຂວງສະຫວັນນະເຂດ ແລະ ຫໍວັດທະນະທຳ ເມືອງວິລະບູລີ.
ອີງຕາມແຫຼ່ງຂ່າວຈາກບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ, ການປະກອບສ່ວນໃນຄັ້ງນີ້ແມ່ນແນໃສ່ປົກປັກຮັກສາ ແລະ ສືບຕໍ່ສົ່ງເສີມວັດຖຸບູຮານທີ່ຄົ້ນພົບຢູ່ໃນເຂດຂຸດຄົ້ນບໍ່ຄຳ–ທອງເຊໂປນ ໃນເຂດເມືອງວິລະບູລີ, ແຂວງສະຫວັນນະເຂດ. ການສຶກສາ-ຄົ້ນຄວ້າບູຮານຄະດີນີ້ ແມ່ນເປັນ 1 ໃນຜົນງານທີ່ພົ້ນເດັ່ນໃນບັນດາໂຄງການທີ່ໄດ້ມີການສະໜັບສະໜູນ ຈາກບໍລິສັດດັ່ງກ່າວທີ່ໄດ້ສືບຕໍ່ປະຕິບັດມາໄດ້ກວ່າ 1 ທົດສະວັດແລ້ວ.
ໃນເດືອນ ກັນຍາ 2019, ທາງບໍລິສັດ ດັ່ງກ່າວໄດ້ມອບວັດຖຸບູຮານກວ່າ 7.800 ລາຍການໃຫ້ແກ່ລັດຖະບານ ລວມມີ: ວັດຖຸບູຮານປະເພດທອງ, ທອງແດງ, ຫີນປະດັບເອ້, ເຄື່ອງປັ້ນດິນເຜົາ ແລະ ໄມ້, ເຊິ່ງລ້ວນແຕ່ໄດ້ຄົ້ນພົບໂດຍບໍລິສັດ ຢູ່ໃນເຂດຂຸດຄົ້ນບໍ່ຄຳ-ທອງເຊໂປນ. ວັດຖຸບູຮານທີ່ໄດ້ຄົ້ນພົບ ແລະ ມອບໃຫ້ລັດຖະບານ ເປັນການເພີ່ມຄວາມອຸດົມສົມບູນໃຫ້ແກ່ວັດຖຸບູຮານຂອງກ່ອນສະໄໝປະຫວັດສາດ.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການ ໃຫຍ່ ແລະ ຜູ້ຈັດການພະແນກພົວພັນກັບ ຜູ້ມີສ່ວນຮ່ວມ ແລະ ຊຸມຊົນ ຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ໄດ້ກ່າວວ່າ: “ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງປະກອບສ່ວນຕໍ່ການສະໜັບສະໜູນພ້ອມທັງການປົກປັກຮັກສາມໍລະດົກວັດທະນະທຳແຫ່ງຊາດ ແລະ ດຶງດູງນັກທ່ອງທ່ຽວເຂົ້າມາລາວ. ທາງບໍລິສັດພວກເຮົາ ໝາຍໝັ້ນທີ່ຈະເປັນຕົ້ນແບບທາງດ້ານການ ຂຸດຄົ້ນບໍ່ແຮ່ທີ່ປະຕິບັດໄປຄຽງຄູ່ກັບການເຄົາລົບນັບຖືມໍລະດົກວັດທະນະທຳທ້ອງຖິ່ນຂອງປະເທດເຈົ້າພາບ.”
ທ່ານ ທອງໃບ ໂພທິສານ, ຫົວໜ້າກົມມໍລະດົກ ໄດ້ກ່າວວ່າ: “ການຮ່ວມມືລະຫວ່າງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ແລະ ກົມມໍລະດົກເປັນການຮ່ວມມືທີ່ສູງສົ່ງ. ເປັນການຊ່ວຍເຫຼືອຈາກບໍລິສັດທີ່ມີຄຸນຄ່າສູງ ແລະ ມີຄວາມສຳຄັນທີ່ສຸດເພື່ອເຜີຍແຜ່ມໍລະດົກດ້ານວັດທະນະທຳໃຫ້ປະຊາຊົນລາວກໍຄືນັກທ່ອງທ່ຽວ. ວັດຖຸບູຮານທີ່ຄົ້ນພົບເຫຼົ່ານີ້ແມ່ນປຽບດັ່ງ ‘ຄຳ’. ທັງນີ້ກໍ່ຍ້ອນວ່າ ວັດຖຸດັ່ງກ່າວ ໄດ້ເປັນທັງຄຸນຄ່າທາງດ້ານເສດຖະກິດ ແລະ ຊື່ສຽງຂອງຊາດລາວ, ນັກທ່ອງທ່ຽວທີ່ມາເຫັນກໍ່ ສາມາດເວົ້າຕໍ່ໆກັນໄປ ແລະ ຢາກກັບມາຢ້ຽມຢາມຕົ້ນກຳເນີດຂອງວັດຖຸທີ່ມີຄຸນຄ່າເຫຼົ່ານີ້.”
ໃນຜ່ານມາແມ່ນໄດ້ມີການຄົ້ນພົບວັດຖຸບູຮານສຳຄັນຫຼາຍຢ່າງຢູ່ບໍ່ຄຳ-ທອງເຊໂປນໃນບໍລິເວນເມືອງວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງໃນນັ້ນ, ໃນທ້ອງເດືອນມີນາ ຂອງ ສົກປີ 2018, ທີມງານນັກບູຮານຄະດີກໍໄດ້ ຄົ້ນພົບຫຼັກຖານທີ່ເປັນໄມ້ຄ້ຳຫລຸມບໍ່ແຮ່-ບູ ຮານຫຼາຍກວ່າ 200 ຂຸມ ທີ່ມີອາຍຸຫຼາຍກວ່າ 3.000 ປີ.
ຂ່າວ: ວຽງຈັນທາຍ
ພາບ: ບໍລິສັດ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ