ສະຫະພັນກິລາເພາະກາຍແຫ່ງຊາດລາວ (ສກລ) ອອກແຈ້ງການໃນວັນທີ 25 ມີນາ 2020 ວ່າ: ເຖິງ ເຈົ້າຂອງສູນອອກກໍາລັງກາຍທົ່ວປະເທດ ແລະ ຂໍຄວາມຮ່ວມມືໃຫ້ຢຸດບໍລິການອອກກໍາລັງກາຍຊົ່ວຄາວ.
ອອກແຈ້ງການດັ່ງກ່າວໄດ້ລະບຸໃຫ້ສູນອອກກໍາລັງກາຍໃນຂອບເຂດທົ່ວປະເທດຢຸດບໍລິການ ນັບແຕ່ ວັນທີ 27 ມີນາ ເປັນຕົ້ນໄປ ຈົນເຖິງ 30 ເມສາ 2020 ເພື່ອ ປ້ອງກັນການແຜ່ລະບາດເຊື້ອພະຍາດ COVID-19, ພາຍຫຼັງ ສະພາບເຊື້ອພະຍາດດັ່ງກ່າວໄດ້ຂະຫຍາຍໂຕເປັນວົງກວ້າງໃນຫຼາຍປະເທດທົ່ວໂລກ, ສະເພາະ ຢູ່ ສປປ ລາວ ມາຮອດວັນທີ 25 ມີນາ 2020 ມີຜູ້ຕິດເຊື້ອແລ້ວ 3 ຄົນ.
ຖ້າຫາກວ່າສູນອອກກໍາລັງກາຍໃດໜຶ່ງບໍ່ສາມາດປິດໄດ້ ຂໍຄວາມຮ່ວມມືປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນຢ່າງເຂັ້ມງວດ ເຊັ່ນ: ກວດອຸນຫະພຸມຮ່າງກາຍຜູ້ໃຊ້ ບໍລິການກ່ອນເຂົ້າສູນອອກກໍາລັງກາຍ, ໃສ່ຜ່າປິດປາກ-ດັງ, ມີເຈວລ້າງມືຕັ້ງໄວ້ໃນບໍລິເວນອອກກໍາລັງກາຍ, ອະນາໄມເຄື່ອງອອກກໍາລັງກາຍຈຸດຜູ້ໃຊ້ບໍລິການສໍາຜັດດ້ວຍຢາຂ້າເຊື້ອທຸກໆ 15 ນາທີ ແລະ ຮັບຜິດຊອບຕໍ່ເຫດການທີ່ຈະເກີດຂຶ້ນໃນຕໍ່ໜ້າ ກໍລະນີໜ່ວຍງານສະເພາະກິດ ກະຊວງສາທາລະນະສຸກ ກວດສອບປະຫວັດຜູ້ຕິດເຊື້ອພົບວ່າມາໃຊ້ບໍລິການສູນອອກກໍາລັງກາຍຂອງທ່ານ.
ອີງຕາມການລາຍງານຈາກກະຊວງສາທາລະນະສຸກ ມາຮອດເວລາ 17:40ໂມງ ຂອງວັນທີ 25 ມີນາ 2020 ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 3 ຄົນ ເພີ່ມຂື້ນ 1 ຄົນ ຈາກຜົນກວດ 139 ກໍລະນີ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ