ໂຄງການຮ່ວມໃຈສາຍໃຍໂລມາຄຳເລັ່ງສ້າງຝາຍນ້ຳລົ້ນແຫ່ງທີ 2 ຢູ່ບ້ານຕາຍົງ ເຂດຈຸດສຸມຕັງ ອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ຫຼັງຈາກທີ່ສ້າງຝາຍແຫ່ງທຳອິດສຳເລັດໃນວັນທີ 14 ມີນາ ທີ່ຜ່ານມາຢູ່ບ້ານປະແນະ.
ໂຄງການຝາຍແຫ່ງທີ 2 ນີ້ມີຄວາມຍາວ ປະມານ 37 ແມັດ ແລະ ສູງເກືອບ 2 ແມັດ ສາມາດເກັບກັກນ້ຳໄດ້ 10.000 ແມັດກ້ອນ.
ໂຄງການຮ່ວມໃຈສາຍໃຍໂລມາຄຳໃນການມີສ່ວນຮ່ວມລຶບລ້າງຄວາມທຸກຍາກຂອງປະຊາຊົນນີ້ມີ ຈຸດປະສົງຫຼັກເພື່ອຊຸກຍູ້ສົ່ງເສີມເສດຖະກິດຄອບຄົວເປົ້າໝາຍໂດຍການສ້າງເງື່ອນໄຂໃຫ້ປະຊາຊົນຮູ້ພັດທະນາຕົນເອງໃນການຮູ້ສ້າງຢູ່ທໍາກິນໃຫ້ມີອາຊີບຄົງທີ່ຊຶ່ງທາງໂຄງການຈະສ້າງນໍ້າບາດານ, ສ້າງຝາຍນໍ້າ, ມອບດິນເພື່ອສົ່ງເສີມການປູກພືດຕ່າງໆ, ສົ່ງເສີມການລ້ຽງສັດ, ການສ້າງສູນກ້າເບ້ຍໄມ້, ສູນອະນຸບານເບ້ຍໄມ້, ສູນອະນຸບານສັດຢູ່ 2 ຈຸດ ຄືຢູ່ຈຸດສຸມຕັງອາໄລ-ລະ ແບງ ແລະ ຢູ່ສວນເພາະປູກຂອງໂຮງຮຽນປະຖົມບ້ານຕະຢົງ ເພື່ອໃຫ້ນັກຮຽນ ແລະ ປະຊາຊົນໄດ້ມາຮຽນຮູ້ຂັ້ນຕອນການປູກ, ການລ້ຽງ, ການບົວລະບັດ, ການເຮັດຝຸ່ນບົ່ມ.
ນອກນັ້ນໂຄງການຍັງສົ່ງເສີມເຮັດຫັດຖະກໍາຕໍ່າຫູກ ແລະ ຈັກສານ ນອກນັ້ນທາງໂຄງການຈະມອບດິນໃຫ້ປະຊາຊົນ 1 ເຮັກຕາ ຕໍ່ຄອບຄົວ, ຊຶ່ງມີ 41 ຄອບຄົວທີ່ຈະໄດ້ຮັບ ແລະ ຫຼັງຈາກທີ່ພວກເຂົາຮູ້ວິທີປູກພືດເພື່ອກິນ, ກ້າວໄປສູ່ການເຫຼືອກິນ ແລະ ກ້າວໄປສູ່ການຜະລິດເປັນສິນຄ້າ ທາງໂຄງການກໍ່ຈະຊ່ວຍຊອກຕະຫຼາດໃຫ້ຕື່ມອີກ.
ທ່ານ ຕ່າຍ ວິຊາການ ໂຄງການຮ່ວມໃຈສາຍໃຍໂລມາຄຳໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ໃນບໍ່ດົນມານີ້ວ່າ: ຫຼັງຈາກທີ່ໂຄງການໄດ້ເລີ່ມປະຕິບັດໜ້າວຽກແຕ່ເດືອນມັງກອນ 2020 ຮອດປະຈຸບັນນີ້ທາງໂຄງການແມ່ນໄດ້ສ້າງສຳເລັດແລ້ວນ້ຳບາດານທັງໝົດແລ້ວ 10 ແຫ່ງຕາມແຜນຂອງໂຄງການ, ຝາຍນ້ຳລົ້ນ 1 ແຫ່ງ ແລະ ກຳລັງສືບຕໍ່ສ້າງຝາຍນ້ຳລົ້ນແຫ່ງທີ 2 ຄາດວ່າຈະສຳເລັດ ໃນເດືອນພຶດສະພາ 2020 ທີ່ຈະມາເຖິງນີ້.
ສຳລັບວຽກງານການກ້າເບ້ຍໄມ້ເພື່ອສະໜອງໃຫ້ປະຊາຊົນເປົ້າໝາຍ ແລະ ນອກເປົ້າໜາຍຮອດປະຈຸບັນສາມາດຜະລິດເບ້ຍໄມ້ໄດ້ຫຼາຍກວ່າ 130.000 ເບ້ຍ ປະກອບມີ ເບ້ຍກວ້ຍ, ໝາກເຂືອ, ໝາກເຜັດ, ເບ້ຍ ແຂມ, ຫວາຍ, ຂີງ, ເບ້ຍໝາກມີ້ ແລະ ເບ້ຍອື່ນໆ ເພື່ອກຽມໃຫ້ປະຊາຊົນປູກໃສ່ດິນທີ່ທາງໂຄງການມອບໃຫ້ກ່ອນລະດູຝົນທີ່ຈະມາເຖິງນີ້.
ໂຄງການຮ່ວມໃຈສາຍໃຍໂລມາຄຳໃນການມີສ່ວນຮ່ວມລຶບລ້າງຄວາມທຸກຍາກຂອງປະຊາຊົນ ຊຶ່ງໄດ້ຮັບການຊ່ວຍເຫຼືອດ້ານທຶນຮອນຈາກ ທ່ານເກ໋ຍ ອູ່ສິດທິເດດ ເຈົ້າຂອງ ໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ອໍານວຍການສະຖາບັນການເງິນສາຍໄຍຈຸລະພາກ ຢູ່ແຂວງສະຫວັນນະເຂດ, ເຊິງມີໄລຍະເວລາຂອງໂຄງການແມ່ນ 1 ປີ ນັບ ແຕ່ເດືອນມັງກອນ ຫາ ເດືອນທັນວາ 2020.
ຂ່າວ: ວຽງຈັນທາຍ
ພາບ : ສົມພາວັນ