ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ໃນບໍ່ດົນມານີ້ ໃຫ້ທະນາຄານທຸລະກິດ, ສະຖາບັນການເງິນຕ່າງໆ ເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍໃຫ້ລູກຄ້າຂອງຕົນ ພ້ອມທັງປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທໍານຽມ ເພື່ອຜ່ານຜ່າວິກິດ COVID-19.
ຈຸດປະສົງຂອງຂໍ້ຕົກລົງດັ່ງກ່າວແມ່ນເພື່ອກໍານົດນະໂຍບາຍແກ້ໄຂຜົນກະທົບຈາກພະຍາດ COVID-19 ໃຫ້ແກ່ລູກຄ້າທີ່ເປັນໜີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ປ່ອຍເງິນກູ້ ຊຶ່ງໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດດັ່ງກ່າວ ໃຫ້ສາມາດສືບຕໍ່ດໍາເນີນທຸລະກິດພາຍຫຼັງການລະບາດຂອງພະຍາດໄດ້ຖືກຄວບຄຸມ ຈົນກວ່າສະພາບເຂົ້າສູ່ປົກກະຕິ.
ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ ແລະ ນິຕິບຸກຄົນ ທີ່ເປັນລູກຄ້າເງິນກູ້ທີ່ໄດ້ຮັບຜົນກະທົບຈາກ COVID-19, ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ປ່ອຍກູ້ໃຫ້ລູກຄ້າດັ່ງກ່າວ.
ສໍາລັບນະໂຍບາຍຕໍ່ລູກຄ້າເງິນກູ້ ແມ່ນໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍ, ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທໍານຽມໃຫ້ລູກໜີ້ຕາມທີ່ເຫັນວ່າເໝາະສົມ. ສະໜອງເງິນກູ້ບ້ວງໃໝ່ໃຫ້ແກ່ລູກໜີ້ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດ ດັ່ງກ່າວ ເພື່ອຟື້ນຟູການຜະລິດ ແຕ່ຕ້ອງສົມທົບກັບອຳນາດການປົກຄອງທ້ອງຖິ່ນເພື່ອກວດສອບກ່ອນທີ່ຈະເຮັດສັນຍາກູ້ຢືມໃໝ່ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ