Vientiane Times Lao
ທີມແພດໝໍຈາກ ສປ ຈີນ 12 ທ່ານ ມາຮອດ ສປປ ລາວ ແລ້ວ ເພື່ອຊ່ວຍຕ້ານພະຍາດ COVID-19

ທີມແພດໝໍຈາກ ສປ ຈີນ 12 ທ່ານ ມາຮອດ ສປປ ລາວ ແລ້ວ ເພື່ອຊ່ວຍຕ້ານພະຍາດ COVID-19

ທີມງານແພດໝໍຈາກ ສປ ຈີນ 12 ທ່ານ  ພ້ອມດ້ວຍອຸປະກອນການແພດ ເດີນທາງມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າ ຂອງວັນທີ 29 ມີນາ 2020 ນີ້ ເພື່ອຊ່ວຍລາວໃນການ​ຄວບ​ຄຸມ​ພະ​ຍາດ COVID-19.

ຈໍານວນແພດໝໍຈີນ ພ້ອມດ້ວຍອຸປະກອນການແພດ ເດີນທາງມາໃນຄັ້ງນີ້ແມ່ນເພື່ອຊ່ວຍທີມແພດໝໍ ຂອງ ສປປ ລາວ ໃນ​ການ​ປ້ອງ​ກັນ​ ແລະ ​ຄວບ​ຄຸມ​ພະ​ຍາດ COVID-19 ເຊິ່ງການຊ່ວຍເຫຼືອຂອງ ສປ ຈີນ ແມ່ນເພື່ອສືບຕໍ່ການຮ່ວມມືລະຫວ່າງສອງປະເທດ ເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມຊະຕາກຳ​ລະ​ຫວ່າງສອງຊາດ​ຈີນ-ລາວ ລາວ-ຈີນ.

ທີ່ສະໜາມບິນສາກົນວັດໄຕ ໄດ້ຈັດພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຢ່າງເປັນທາງການ ແລະ ສົມກຽດ, ໂດຍແມ່ນ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະ ທ່ານ ຮສ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ, ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ ຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ.

ສຳລັບບັນຍາກາດໃນການຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ດັ່ງກ່າວ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ພາຍໃຕ້ຄຳຂວັນຮ່ວມກັນຂອງສອງປະເທດ ລາວ-ຈີນ ຄື: ຮ່ວມມືກັນຕ້ານພະຍາດ COVID-19 ຮ່ວມທຸກຮ່ວມຍາກ.

ສຳລັບແຜນການເຮັດວຽກ ຢູ່ ສປປ ລາວ ຂອງຄະນະແພດ ແລະ ຊ່ຽວຊານ ແມ່ນຈະດຳເນີນໄປໃນໄລຍະເວລາ 14 ວັນ, ໂດຍຈະແບ່ງປັນປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ດັ່ງກ່າວ, ກວດຫາຜູ້ຕິດເຊື້ອ, ກວດວິເຄາະ ເຊື້ອພະຍາດຢູ່ຫ້ອງທົດລອງ ແລະ ປິ່ນປົວຄົນເຈັບ, ພ້ອມທັງຈະແລກປ່ຽນບົດຮຽນ ກັບກະຊວງສາທາລະນະສຸກ ແລະ ໂຮງໝໍສູນກາງຂອງ ສປປ ລາວ.

ມາຮອດມື້ວານນີ້ ຢູ່ ສປປ ລາວ ມີຈໍານວນ ຜູ້ຕິດເຊື້ອ COVID-19 ທັງໝົດ 8 ຄົນ ຈາກຜົນກວດວິເຄາະຫາເຊື້ອ ທັງໝົດ 276 ກໍລະນີ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply