ລັດຖະບານ ກໍ່ຄື ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດໃນການປ້ອງກັນ, ຄວບຄຸມ, ໂຕ້ຕອບ ແລະ ແກ້ໄຂພະຍາດ COVID-19 ໂດຍໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການຢ່າງສະໝໍ່າສະເໝີ ເພື່ອວາງມາດຕະການໃຫ້ເໝາະສົມ ແລະ ເຂົ້າກັບສະພາບການຢ່າງທັນເວລາ.
ຄະນະສະເພາະກິດ ໄດ້ຖະແຫຼງຕໍ່ສື່ມວນຊົນ ຢູ່ທີ່ສູນປະຕິບັດງານ ຄວບຄຸມ COVID-19 ມື້ວານນີ້ວ່າ ເພື່ອຫຼຸດຜ່ອນການເຈັບເປັນຂອງປະຊາຊົນ ແລະ ຈໍາກັດການແຜ່ລະບາດ ຂອງພະຍາດໃນຄັ້ງນີ້ໃຫ້ຢູ່ໃນວົງແຄບ ລັດຖະບານຈຶ່ງແນະນຳພໍ່ແມ່ປະຊາຊົນບັນດາເຜົ່າເອົາໃຈໃສ່ຮັກສາສຸຂະພາບກາຍ ແລະ ສຸຂະພາບຈິດຕົນເອງ ກິນອາຫານທີ່ມີປະໂຫຍດ ຕາມຫຼັກໂພສະນາການ ເພື່ອເສີມສ້າງລະບົບພູມຄຸ້ມກັນຮ່າງກາຍໃຫ້ແຂງແຮງ ຫຼຸດຜ່ອນການດື່ມທາດເຫຼົ້າ ແລະ ເຄື່ອງດື່ມທີ່ມີນໍ້າຕານ.
ບໍ່ໃຫ້ສູບຢາ ເພາະວ່າ ມັນເພີ່ມຄວາມສ່ຽງຫຼາຍຂື້ນ ເພາະເມື່ອຕິດພະຍາດນີ້ມັນຈະເຮັດໃຫ້ລະບົບຫາຍໃຈເກີດຄວາມເສຍຫາຍ, ອອກກຳລັງກາຍເພື່ອໃຫ້ສຸຂະພາບແຂງແຮງ ເບິ່ງແຍງສຸຂະພາບຈິດຕົນເອງໃຫ້ດີ, ຄວາມເຂົ້າໃຈ, ເມດຕາກະລຸນາ ແມ່ນເປັນຢາທີ່ດີ, ສົນທະນາ ແລະ ປຶກສາຫາລື ກັບໝູ່ຄູ່ຢ່າງສະໝໍ່າສະເໝີ, ຊ່ວຍເຫຼືອຄົນອ້ອມຫຼີກ ເວັ້ນການຕິດຕາມຂ່າວຫຼາຍຈົນເກີນໄປ ເພາະມັນຈະເຮັດໃຫ້ທ່ານເກີດຄວາມວິຕົກ ກັງວົນ, ຄວນຮັບຟັງຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ 1-2 ເທື່ອຕໍ່ມື້ກໍ່ພຽງພໍ ເພື່ອຮັບຟັງຄວາມຄືບໜ້າ ແລະ ວິທີການປະຕິບັດຈາກທາງການ.
ຕໍ່ຜູ້ສຳຜັດໃກ້ຊິດກັບຄົນທີ່ຢັ້ງຢືນວ່າຕິດເຊື້ອແລ້ວໃຫ້ຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຕາມຂໍ້ແນະນໍາຂອງຄະນະສະເພາະກິດ. ໃຫ້ແຈ້ງຜູ້ທີ່ຕົນເອງໄດ້ສຳຜັດໃກ້ຊິດ ຫຼື ສະຖານທີ່ ທີ່ຕົນເອງໄດ້ໄປ ຫຼັງຈາກສຳຜັດ ໃກ້ຊິດກັບຜູ້ທີ່ຕິດເຊື້ອແລ້ວນັ້ນໃຫ້ຕິດຕາມອາການຂອງຕົນເອງ. ຖ້າມີອາການໄຂ້, ໄອ, ເຈັບຄໍ, ຫາຍໃຈຝຶດ ແມ່ນໃຫ້ລາຍງານແພດ ຫຼື ໂຮງໝໍຢູ່ໃກ້ບ້ານເພື່ອຂໍຄຳແນະນຳ ຫຼື ໂທຫາສາຍດ່ວນ 166.
ຂ່າວ: ວຽງຈັນທາຍ
ພາບ ປະກອບ