Vientiane Times Lao
ຄອບຄົວທຸກຍາກ ຢູ່ ເມືອງບົວລະພາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ຄອບຄົວທຸກຍາກ ຢູ່ ເມືອງບົວລະພາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ກະຊວງແຜນການ ແລະ ການລົງທຶນ ໄດ້ນຳເຄື່ອງອຸປະໂພກ ບໍລິໂພກ (ເຄື່ອງນຸ່ງຫົ່ມ) ມອບໃຫ້ຄອບຄົວທຸກຍາກ ຈຳນວນ 182 ຄອບຄົວ ຂອງ 19 ບ້ານ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ເມື່ອບໍ່ດົນມານີ້.

ຈໍານວນບ້ານດັ່ງກ່າວຕັ້ງຢູ່ໃກ້ອຸທິຍານແຫ່ງຊາດ ພູຫີນໜາມໜໍ່ ເຊິ່ງເຄື່ອງທີ່ໄປມອບໃນຄັ້ງນີ້ກໍ່ຍັງມີ ອຸປະ ກອນການສຶກສາ ແລະ ກິລາ ໃຫ້ 2 ໂຮງຮຽນ ເປົ້າໝາຍເພື່ອຊ່ວຍເຫືຼອ ແລະ ແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.

ເຊິ່ງເຄື່ອງຈໍານວນດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ການລະດົມຈາກພະນັກງານພາຍໃນກະຊວງແຜນການ ແລະ ການລົງທຶນ ຈຳນວນໜຶ່ງ.

ເຄື່ອງຊ່ວຍເຫຼືອດັ່ງກ່າວມອບໂດຍ ທ່ານ ນິດຖາ ບຸບຜາ ຕາງໜ້າກະຊວງແຜນການ  ແລະ ການລົງທຶນ ແລະ ຮັບໂດຍ ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ພ້ອມດ້ວຍພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດຽວກັນ, ທ່ານ ບຸນກວ້າງ ແກ້ວບຸນຍົງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ເຄື່ອງຊ່ວຍເຫຼືອເຫຼົ່ານີ້ໃຫ້ເກີດຜົນປະ ໂຫຍດສູງສຸດເຂົ້າໃນການປັບປຸງ ແລະ ພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

ຂ່າວ: ເພັດໂພໄຊ

ພາບ: ກະຊວງແຜນການ ແລະ ການລົງທຶນ

Related Articles

Leave a Reply