ທ່ານໝໍໄດ້ກວດວິເຄາະກໍລະນີສົງໄສ ເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ທັງໝົດ 407 ກໍລະນີ ໃນ ສປປລາວ, ຜົນອອກມາເປັນລົບທັງໝົດ, ສ່ວນຜູ້ຕິດເຊື້ອ ຍັງເປັນ 9 ຄົນ ມາຮອດວັນທີ 31 ມີນາ.
ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນໃນ ຕອນບ່າຍຂອງວັນທີ 31 ມີນາ 2020 ນີ້ວ່າ ຈໍານວນຜູ້ທີ່ກວດພົບວ່າຕິດເຊື້ອພະຍາດ COVID-19 ຍັງເປັນ 9 ຄົນ.
ໃນ ວັນທີ 30 ມີນາ 2020, ມີກໍລະນີສົງໄສ 31 ກໍລະນີ, ໄດ້ແກ່ ນະຄອນຫຼວງວຽງຈັນ 23 ກໍລະນີ, ແຂວງຫຼວງພະບາງ ແລະ ຈຳປາສັກ ແຂວງລະ 2 ກໍລະນີ, ແຂວງຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ເຊກອງ ແຂວງລະ 1 ກໍລະນີ. ທັງໝົດນັ້ນໄດ້ເກັບຕົວຢ່າງມາກວດ ແລະ ຜົນກວດເປັນລົບທັງ 31 ກໍລະນີ.
ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະ ກິດ ໄດ້ແຈ້ງໃຫ້ຮູ້ວ່າ ພວກເຮົາກໍມີຂໍ້ມູນກ່ຽວກັບຜູ້ສຳພັດໃກ້ຊິດກັບ 9 ຄົນ ທີ່ພົບເຊື້ອມີທັງໝົດ 183 ຄົນ ດັ່ງນີ້:
ຜູ້ຕິດເຊື້ອທີ 1: ມີຜູ້ສຳພັດໃກ້ຊິດ 44 ຄົນທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 2: ມີຜູ້ສຳພັດໃກ້ຊິດ 45 ຄົນ ນະຄອນຫຼວງ 11 ຄົນ, ຫຼວງພະບາງ 10 ແລະ ອຸດົມໄຊ 24 ຄົນ.
ຜູ້ຕິດເຊື້ອທີ 3: ມີຜູ້ສຳພັດໃກ້ຊິດ 21 ຄົນ ທັງໝົດ ຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 4: ມີຜູ້ສຳພັດໃກ້ຊິດ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 5: ມີຜູ້ສຳພັດໃກ້ຊິດ 2 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 6: ມີຜູ້ສຳພັດໃກ້ຊິດ 8 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 7: ມີຜູ້ສຳພັດໃກ້ຊິດ 16 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 8: ມີຜູ້ສຳພັດໃກ້ຊິດ 22 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 9: ມີຜູ້ສຳພັດໃກ້ຊິດ 7 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວຈະຕ້ອງໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ຈະມີ ແພດ ໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ ນຳມາປິ່ນປົວຢູ່ ໂຮງໝໍຕາມຫຼັກການຂອງການປິ່ນປົວ COVID-19.
ຂ່າວ: ວຽງຈັນທາຍ
ພາບ: ເພັດໂພໄຊ