ມາຮອດປັດຈຸບັນ ວັນທີ 31 ພຶດສະພາ2026, ເຈົ້າໜ້າທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໄດ້ສືບຕໍ່ຄົ້ນຫາຜູ້ປະສົບໄພ 2 ຄົນທີ່ຍັງຕິດຄ້າງຢູ່ໃນຖໍ້າ ທີ່ບ້ານພັນໄຊ ເມືອງລ່ອງເເຈ້ງ ເເຂວງໄຊສົມບູນ ເພື່ອຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດເຂົາເຈົ້າໃຫ້ໄດ້ຢ່າງປອດໄພໂດຍໄວທີ່ສຸດ.
ພາຍຫຼັງປະຕິບັດໜ້າທີ່ມາເປັນເວລາຫຼາຍກວ່າ 10 ວັນ ນັບເເຕ່ວັນທີ20 ພຶດສະພາ 2026 ທີ່ຜ່ານມາ ແລະ ສາມາດຊ່ວຍເຫຼືອຜູ້ຕິດຢູ່ໃນຖ້ຳດັ່ງກ່າວ ອອກມາໄດ້ຢ່າງປອດໄພແລ້ວ 5 ຄົນ.
ທ່ານນໍລະເສດ ປາລະສີງ ຫຼື ຄູເບັ້ນ ຜູ້ຊ່ຽວຊານມຸດນໍ້າຖໍ້າສາກົນ ຈາກປະເທດໄທ ທັງເປັນໜຶ່ງໃນໜ່ວຍງານຄົ້ນຫາຜູ້ປະສົບໄພທີ່ຕິດຄ້າງຢູ່ຖໍ້າດັ່ງກ່າວ ໃຫ້ຮູ້ວ່າ: ການປະຕິບັດການຄົ້ນຫາຜູ້ປະສົບໄພຄັ້ງນີ້ ດໍາເນີນໄປດ້ວຍຄວາມຫຍຸ້ງຍາກຫຼາຍສົມຄວນ ເນື່ອງຈາກຖໍ້າມີຂະໜາດເເຄບ, ຍາວ, ບາງບ່ອນໄດ້ຄານເຂົ້າໄປ ປາກຖໍ້າມີນ້ຳຖ້ວມຂັງ ແລະ ໄດ້ນໍາເອົາຈັກສູບນໍ້າມາຕິດຕັ້ງແລ້ວສູບນໍ້າອອກຕະຫຼອດເວລາ ພ້ອມທັງໄດ້ນໍາເອົາອົກຊີແຊນເຂົ້າຊ່ວຍເພື່ອຫາຍໃຈ ແຕ່ໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນຂອງລາວ ລວມເຖິງຜູ້ຊ່ຽວຊານຈາກຕ່າງປະເທດ ເຮັດໃຫ້ສາມາດນໍາເອົາ 5 ຄົນ ອອກມາຈາກຖໍ້າໄດ້ດ້ວຍຄວາມປອດໄພ, ແຕ່ສິ່ງທີ່ຮີບຮ້ອນໃນປັດຈຸບັນນີ້ເເມ່ນກໍາລັງການວາງແຜນສືບຕໍ່ຄົ້ນຫາຜູ້ທີ່ຍັງຕິດຄ້າງຢູ່ໃນຖ້ຳອີກ 2 ຄົນຢ່າງຮີບດ່ວນ ເນື່ອງຈາກພົບເຫັນຮ່ອງຮອຍວ່າ 2 ຄົນນີ້ຍັງມີຊີວິດຢູ່ ຈົນກວ່າຈະສໍາເລັດພາລະກິດ.
ຂະນະທີ່ນາງພວງ ຊຶ່ງເປັນເເມ່ຂອງທ້າວເບ ໜຶ່ງໃນຈໍານວນຜູ້ປະສົບໄພ 2 ຄົນທີ່ຍັງຕິດຄ້າງຢູ່ໃນຖໍ້າໄດ້ສະແດງຄວາມຮູ້ສຶກວ່າ: ເສຍໃຈກັບເຫດການທີ່ເກີດຂຶ້ນ ຊຶ່ງເຫດການນີ້ເປັນອຸບັດເຫດ ຜ່ານມາລູກຊາຍຕົນເອງໄດ້ໄປຊອກຢູ່ຫາກິນຕາມຄວາມລຶ້ງເຄີຍໃນການດໍາລົງຊີວິດຂອງຄົນທີ່ອາໄສຢູ່ທ້ອງຖິ່ນ, ຫວັງວ່າເຈົ້າໜ້າທີ່ຈະສາມາດຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດຂອງລູກຊາຍອອກມາໄດ້ຢ່າງປອດໄພ, ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຈັດຕັ້ງພັກ-ລັດ, ໜ່ວຍກູ້ໄພທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໜ່ວຍກູ້ໄພຈາກປະເທດໄທທີ່ໃຫ້ການຊ່ວຍເຫຼືອຄອບຄົວຂອງຕົນເອງເປັນຢ່າງດີ.
ຂະນະດຽວກັນຜູ້ປະສົບໄພ 5 ຄົນ ທີ່ທີມງານກູ້ໄພສາມາດຊ່ວຍເຫຼືອອອກມາໄດ້ກ່ອນໜ້ານີ້ ປັດຈຸບັນໄດ້ຮັບການປີ່ນປົວຕາມຫຼັກວິຊາການແພດ ເເລະ ໄດ້ຮັບການເບີ່ງແຍງດູເເລຢ່າງໃກ້ຊິດຈາກເຈົ້າໜ້າທີ່ກ່ຽວຂ້ອງ ຊຶ່ງເຂົາເຈົ້າທັງໝົດພວມຟື້ນຟູສຸຂະພາບໃຫ້ເເຂງແຮງດີຂຶ້ນເລື້ອຍໆ ແຕ່ສິ່ງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນປັດຈຸບັນນີ້ແມ່ນການຊ່ວຍເຫຼືອຜູ້ທີ່ຍັງຕິດຄ້າງຢູ່ໃນຖ້ຳຈໍານວນສອງຄົນຢ່າງຕໍ່ເນື່ອງ ໂດຍໄດ້ຮັບການສະໜັບສະໜູນຈາກພາກສ່ວນຕ່າງໆ ເຖິງວ່າສະພາບເສັ້ນທາງຈະເປັນພູສູງຊັນ ເເລະ ຫຍຸ້ງຍາກກໍ່ຕາມ ແຕ່ກໍ່ບໍ່ເປັນອຸປະສັກຂອງໜ່ວຍງານກູ້ໄພແຕ່ຢ່າງໃດ ນັບຖືນ້ຳໃຈຂອງທຸກພາກສ່ວນທີ່ມີສ່ວນຮ່ວມປະຕິບັດງານຄັ້ງນີ້.
ແຫຼ່ງຂໍ້ມູນ: ເດດອາລຸນ ແກ້ວວິໄລ ນັກຂ່າວ ວສລ ລາຍງານຈາກເມືອງລອງແຈ້ງ ແຂວງໄຊສົມບູນ

