ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ເຂົ້າຮ່ວມໃນພິທີ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພາຍໃຕ້ຄຳຂັວນ” ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ໄດ້ຢ່າງໜ້ອຍໜຶ່ງຕົ້ນຕໍໍ່ຄົນຕໍ່ປີ ປູກຕົ້ນໄມ້ໃນວັນນີ້ເພື່ອລູກຫຼານໃນວັນໜ້າ ແລະ ຈົ່ງຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າເພື່ອເປັນສິນຄາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ” ໃນມື້ວານນີ້ ທີ່ສວນເຈົ້າອານຸວົງ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກ່າວໃນພິທີວ່າ: ການຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 46 ປີ ຊຶ່ງກົງກັບ ວັນເດັກນ້ອຍສາກົນ ແລະ ເນື່ອງໃນ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ຄົບຮອບ 27 ປີ, ໂດຍພັກ ແລະ ລັດຖະບານ ໄດ້ກໍານົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ 1980 ເປັນຕົ້ນມາ ຊຶ່ງກົງກັບ ວັນເດັກນ້ອຍສາກົນ ໂດຍມີຈຸດປະສົງ ເພື່ອແນໃສ່ປູກຈິດສຳນຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ເຖິງ ຄວາມສໍາຄັນຂອງປ່າໄມ້, ທັງເປັນການ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ເຮັດໃຫ້ປ່າໄມ້ ມີຄວາມອຸດົມສົມບູນ ໃຫ້ກາຍເປັນທ່າແຮງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ໃນຂອບເຂດທົ່ວປະເທດ ໃຫ້ເປັນຂະບວນຟົດຟື້ນ ແຕ່ສູນກາງຮອດທ້ອງຖິ່ນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ເພື່ອເປັນການສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ໃນທົ່ວປະເທດ ຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ. ນອກຈາກນີ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຍັງໄດ້ສົມທົບກັບ ອົງການປົກຄອງທ້ອງຖິ່ນ ມີແຜນການເກັບແກ່ນພັນໄມ້ ໃຫ້ໄດ້ 1 ແສນ 21 ພັນ ກວ່າກິໂລກຣາມ, ກ້າເບ້ຍໄມ້ 25 ລ້ານ 1 ແສນ ກວ່າເບ້ຍ ແລະ ປູກໄມ້ 50 ພັນກວ່າເຮັກຕາ. ພ້ອມນີ້ ຢູ່ແຕ່ລະແຂວງ ແລະ ນະຄອນຫຼວງ ມີແຜນການຈັດງານວາງສະແດງ ເບ້ຍໄມ້ ເພື່ອເປັນການສົ່ງເສີມ ການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ, ສຳລັບປີນີ້, ໃນທົ່ວປະເທດ ມີແຜນການຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ໃນເນື້ອທີ່ ປະມານ 7 ພັນ 3 ຮ້ອຍ ກວ່າເຮັກຕາ, ຈະນຳໃຊ້ ເບ້ຍໄມ້ ຈໍານວນ 4 ລ້ານ 5 ແສນ 16 ພັນກວ່າເບ້ຍ. ສໍາລັບ ຢູ່ນະຄອນຫຼວງວຽງຈັນ ມີແຜນຈະປູກ ໃນເນື້ອທີ່ ປະມານ 50 ເຮັກຕາ ຢູ່ຕາມຈຸດຕ່າງໆ ລວມທັງ ເຂດທີ່ໄດ້ຮັບຜົນກະທົບຈາກໄຟປ່າ ຊຶ່ງຊະນິດພັນໄມ້ທີ່ຈະນໍາໄປປູກ ມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຈໍານວນ 80 ພັນ ກວ່າເບ້ຍ.
ທ່ານກ່າວຕື່ມວ່າ: ການຈັດພິທີ ປູກຕົ້ນໄມ້ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສໍາຄັນ ຊຶ່ງຈະເປັນແຮງບັນດານໃຈ ໃຫ້ທົ່ວສັງຄົມ ເຫັນໄດ້ຄວາມສໍາຄັນຂອງປ່າໄມ້, ມີສະຕິຮັກ ແລະ ຫວງແຫນ ຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ ໃຫ້ຫຼາຍຂຶ້ນ. ພ້ອມທັງ ໃຫ້ທົ່ວປວງຊົນ ເຂົ້າຮ່ວມ ຂະບວນການປູກຕົ້ນໄມ້ ແລະ ປັກປັກຮັກສາຕົ້ນໄມ້ ຢ່າງຕັ້ງໜ້າ ແລະ ຖືເອົາວັນປະຫວັດສາດ ດັ່ງກາວນີ້ ເປັນງານບຸນໃຫຍ່ ເປັນປະເພນີ ສືບຕໍ່ກັນໄປ ເພື່ອຮັບປະກັນເຮັດໃຫ້ ສປປ ລາວ ກາຍເປັນພື້ນທີ່ສີຂຽວ, ມີສະພາບ ສິ່ງແວດ ລ້ອມທີ່ສົມບູນ ແລະ ສົດໃສ.
ຂ່າວ-ພາບ: ສໍານານ

