ເອື້ອຍນ້ອງແມ່ຍິງສະຫະພັນແມ່ຍິງເມືອງລອງເເຈ້ງ ແຂວງໄຊສົມບູນເປັນກ້ອນກໍາລັງໜຶ່ງທີ່ມີສ່ວນຮ່ວມສໍາຄັນ ໃນການປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ໃນຖໍ້າທີ່ ບ້ານພັນໄຊ ເມືອງລອງເເຈ້ງ ແຂວງໄຊສົມບູນໂດຍສະເພາະແມ່ນການປຸງແຕ່ງອາຫານການກິນເພື່ອແຈກຢາຍໃຫ້ພາກສ່ວນຕ່າງໆທີ່ມາຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ໃນຖໍ້າ ຊຶ່ງຮອດປັດຈຸບັນຍັງອີກ 2 ຄົນທີ່ຍັງຊອກຫາບໍ່ພົບ ແຕ່ກໍເປັນສັນຍານທີ່ດີິິີເພາະນັກກູ້ໄພໄດ້ຍິນສຽງເຄາະຖໍ້າຂອງ 2 ຄົນດັ່ງກ່າວ.
ທ່ານ ນາງ ພົງມະນີ ຈັນສົມບັດ ປະທານສະຫະພັນເເມ່ຍິງ ເມືອງລອງເເຈ້ງ ໃຫ້ຮູ້ວ່າ: ພາຍຫຼັງມີສະພາບເກີດຂຶ້ນນັບເເຕ່ວັນທີ 20 ພຶດສະພາທີ່ຜ່ານມາ ໂດຍໄດ້ຮັບການມອບໝາຍຈາກຄະນະພັກ-ຄະນະນໍາຂອງເມືອງ ສະຫະພັນແມ່ຍິງເມືອງໄດ້ສົມທົບກັບກໍາລັງຊາວໜຸ່ມ ລວມເຖິງພາກສ່ວນກ່ຽວຂ້ອງໄດ້ຮີບຮ້ອນມາປະຈໍາການພັດປ່ຽນກັນໃນແຕ່ລະວັນຢູ່ພາກສະໜາມ ເພື່ອປຸງແຕ່ງອາຫານ ແລ້ວລໍາລຽງໄປແຈກຢາຍໃຫ້ໜ່ວຍງານຕ່າງໆຢ່າງພຽງພໍ ເພື່ອໃຫ້ແຕ່ລະໜ່ວຍງານ ໃນການປະຕິບັດໜ້າທີ່ຄົ້ນຫາຜູ້ທີ່ຕິດຄ້າງຢູ່ຖໍ້າຢ່າງຕໍ່ເນື່ອງ.
ທ່ານ ນາງ ພົງມະນີ ໃຫ້ຮູ້ຕື່ມວ່າ: ການປະຕິບັດໜ້າທີ່ໃນຄັ້ງນີ້ ເປັນສິ່ງທີ່ທ້າທາຍ ເເລະ ມີຄວາມຫຍຸ້ງຍາກຫຼາຍສົມຄວນ ເນື່ອງຈາກສະພາບເສັ້ນທາງມີລັກສະນະພູສູງຊັນສ່ວນໃຫຍ່ແມ່ນນໍາໃຊ້ກຳລັງຄົນຍ່າງຂຶ້ນ-ລົງ, ບາງມື້ມີຝົນຕົກເຮັດໃຫ້ເສັ້ນທາງໝື່ນ ໄລຍະທາງໄກ ມີຜົນກະທົບຕໍ່ການສະໜອງວັດຖຸດີບຕ່າງໆ, ແຕ່ເຖິງວ່າຈະພົບກັບອຸປະສັກຫຍຸ້ງຍາກປານໃດກໍຕາມແຕ່ໜ່ວຍງານສະຫະພັນແມ່ຍິງເມືອງຈະສືບຕໍ່ປະຕິບັດໜ້າທີ່ຈົນກວ່າຈະສໍາເລັດພາລະກິດທີ່ໄດ້ຮັບການມອບໝາຍ, ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງໜ່ວຍງານກູ້ໄພທັງພາຍໃນ ແລະຕ່າງປະເທດໂດຍສະເພາະໜ່ວຍກູ້ໄພຕ່າງປະເທດທີ່ມາ ເຂົ້າຮ່ວມໃນພາລະກິດຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈທຸກການຊ່ວຍເຫຼືອຂອງທຸກໆພາກສ່ວນໃນສັງຄົມທີ່ປະກອບສ່ວນວັດຖຸ-ປັດໃຈ ເພື່ອອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ມາໂດຍຕະຫຼອດ.
ທີ່ມາແຫຼ່ງຂໍ້ມູນ: ນັກຂ່າວວິທະຍຸກະຈ່າຍສຽງແຫ່ງຊາດລາວ

