ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ກໍຄື ວັນເດັກນ້ອຍສາກົນ 1 ມິຖຸນາ, ຄະນະນໍາ ໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັນປູກຕົ້ນໄມ້ ໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ໃນວັນທີ 1 ມິຖຸນານີ້ ທີ່ ຄອສພ. ໃຫ້ກຽດ ຮ່ວມປູກຕົ້ນໄມ້ ໂດຍ ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ມີບັນດາຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສາຄອນ ພົມມະລາດ ກໍາມະການປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄອສພ ໃຫ້ສໍາພາດ ວ່າ: ກິດຈະກໍາປູກຕົ້ນໄມ້ທີ່ ຄອສພ ໃນຄັ້ງນີ້ ແມ່ນນອນໃນຂະບວນການ ຊົມເຊີຍກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VI ຂອງ ຄອສພ, ເພື່ອປະກອບສ່ວນໃນຂະບວນການລວມຂອງວັນປູກຕົ້ນໄມ້ແຫ່ງຊາດ ໃນຂອບເຂດທົ່ວປະເທດ ຊຶ່ງຕິດພັນກັບວັນສິ່ງແວດລ້ອມໂລກ ເພາະວ່າ ທັງສອງວຽກງານ ຄື ວັນປູກຕົ້ນໄມ້ ແລະ ການຮັກສາສິ່ງແວດລ້ອມ ໄດ້ຕິດພັນກັນຢ່າງຊະນິດແໜ້ນ. ປີນີ້ ແມ່ນພິເສດ ການຈັດ ຕັ້ງພັກ-ລັດ ມີກິດຈະກຳໃຫຍ່ ໃນການປຸກລະດົມ ຮັກສາສິ່ງແວດລ້ອມ, ການປູກຕົ້ນໄມ້ ເພື່ອຄືນຄວາມຂຽວໃຫ້ກັບປ່າໄມ້.
ທ່ານ ບຸນເພັງ ຈັນທະດາລາ ກໍາມະການພັກ ຫົວໜ້າຫ້ອງການ ຄອສພ ໃຫ້ສໍາພາດວ່າ: ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ກໍຄື ວັນເດັກນ້ອຍສາກົນ ຊຶ່ງຕິດພັນກັບວັນສິ່ງແວດລ້ອມ, ຂ້າພະເຈົ້າຮູ້ສຶກດີ ໃຈທີ່ໄດ້ມີສ່ວນຮ່ວມ ໃນຂະບວນການປູກຕົ້ນໄມ້ ທີ່ ຄອສພ, ເປັນການຟື້ນຟູປ່າ ແມ່ນມີຄວາມສໍາຄັນຫຼາຍ ມັນໄດ້ຕິດພັນກັບການພັດທະນາແບບຍືນຍົງ ຕາມທິດສີຂຽວ, ທຸກໆປີ ພວກເຮົາກໍໄດ້ພ້ອມພາກັນປູກ.
ທ່ານ ວັນລາຕີ ຄໍາວານວົງສາ ກໍາມະການພັກ ປະທານສະຫະພັນກໍາມະບານ ຄອສພ ໃຫ້ສໍາພາດວ່າ: ໃນໂອກາດ ຮ່ວມກິດຈະກໍາປູກຕົ້ນໄມ້ ຮ່ວມກັບ ສະມາຊິກພັກ, ພະນັກງານ-ລັດຖະກອນ ຄອສພ ໃນຄັ້ງນີ້ ເຫັນວ່າ ປ່າໄມ້, ຕົ້ນໄມ້ ມີຄວາມສໍາຄັນຫຼາຍ ຊຶ່ງໄດ້ຕິດພັນກັບການດໍາລົງຊີວິດຂອງຄົນເຮົາ, ການປົກປັກຮັກສາ, ອະນຸລັກປ່າໄມ້ ເພື່ອໃຫ້ຄົນເຮົາມີອາກາດທີ່ສົດຊື່ນ. ສະນັ້ນ ໃນໂອກາດ ທີ່ມີຄວາມໝາຍສໍາຄັນນີ້ ຂໍ້ເຊີນຊວນໄວໜຸ່ມ, ຊາວໜຸ່ມ ກໍຄື ພໍ່, ແມ່, ປະຊາຊົນ ຮ່ວມກັນປູກຕົ້ນໄມ້ ປູກຄົນລະຕົ້ນ ສອງຕົ້ນ ເພື່ອການປົກຄຸມປ່າໄມ້ ໃນທົ່ວປະເທດ, ສ້າງສະພາບແວດລ້ອມ ໃຫ້ມີຄວາມຂຽວສົດງົດງາມ.
ຂ່າວ: ແສງຈັນ

