ປະທານປະເທດ ພ້ອມພັນລະຍາ ຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ປະທານປະເທດ ພ້ອມພັນລະຍາ ຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ມີການ ນໍາພັກ-ລັດ ພະນັກງານ ຄູ-ອາຈານ ຕະຫຼອດຮອດນ້ອງໆເຍົາວະຊົນ ແລະ ອະນຸຊົນທັນວາໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບ ຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ທີ່ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາ 2026 ທີ່ຜ່ານມາ, ຈັດຂຶ້ນທີ່ໂຮງຮຽນປະຖົມວຽງຄຳ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ການຈັດງານໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍນະໂຍບາຍ ແຜນພັດທະນາ ແລະ ມະຕິກອງປະຊຸມ ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍລາວ ໃນການປົກປ້ອງ ລ້ຽງດູ ສົ່ງເສີມ ແລະ ພັດທະນາ ພ້ອມທັງ ສຶກ ສາອົບຮົມຮຸ່ນຄົນສືບທອດໃຫ້ກາຍເປັນພົນລະເມືອງດີຂອງຊາດ ກາຍເປັນກຳລັງແຮງທີ່ແຂງແກ່ນໃຫ້ແກ່ພັກ ທັງເປັນການປຸກລະ ດົມທົ່ວສັງຄົມໃຫ້ຍົກສູງຄວາມຮັບຜິດຊອບ ສ້າງສະພາບແວດ ລ້ອມທີ່ປອດໄພ ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາສຸຂະພາບ ສິ່ງເສບຕິດການສຶກສາ ຄຽງຄູ່ກັບການເຝິກຝົນຫຼໍ່ຫຼອມແນວຄິດຮັກຊາດ ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກທຳມະຊາດຜ່ານຂະບວນການປູກຕົ້ນ ໄມ້ ແລະ ຮັກ ສາສິ່ງແວດລ້ອມ.

ສໍາລັບ ວຽກງານການສ້າງຄວາມເຂັ້ມແຂງໃຫ້ເຍົາວະຊົນ-ອະນຸຊົນ ພວກເຮົາໄດ້ເອົາໃຈໃສ່ປັບປຸງນິຕິກໍາສໍາຄັນ ເປັນຕົ້ນແມ່ນກົດໝາຍວ່າດ້ວຍເຍົາວະຊົນລາວ ກົດລະບຽບການຈັດຕັ້ງເຍົາ ວະຊົນທັນວາ ປັບປຸງຄູ່ມືຂໍ້ແຂ່ງຂັນ 3 ດີ 4 ຮູ້ ພ້ອມທັງສໍາເລັດການຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ເນື່ອງໃນໂອກາດວັນເດັກນ້ອຍສາກົນນີ້ ສຊປລ ໄດ້ກະ ກຽມບັນດາກິດຈະກຳປິ່ນອ້ອມຫຼາຍຢ່າງ ເປັນຕົ້ນແມ່ນຂະບວນການຮ່ວມກັນປູກຕົ້ນໄມ້ ການມອບອຸປະ ກອນການສຶກສາໃຫ້ເດັກນ້ອຍ ແລະ ພິເສດແມ່ນການຈັດການແຂ່ງຂັນລະຄອນສັ້ນພາຍໃຕ້ຫົວຂໍ້ “ຕ້ານສິ່ງເສບຕິດ” ເພື່ອປົກປ້ອງເດັກນ້ອຍຈາກໄພສັງຄົມຕິດພັນກັບກິດຈະກໍາຖາມ-ຕອບວິທະຍາສາດ ແລະ ງານສິລະປະວັນນະຄະ ດີຢ່າງເບີກບານມ່ວນຊື່ນ.

ທີ່ມາ: ຄວາມສະຫງົບ

Related Articles

Leave a Reply