Vientiane Times Lao
ຈໍານວນຜູ້ຕິດເຊື້ອໂຄວິດ-19 ບໍ່ພົບກໍລະນີໃໝ່ເປັນມື້ທີ 7

ຈໍານວນຜູ້ຕິດເຊື້ອໂຄວິດ-19 ບໍ່ພົບກໍລະນີໃໝ່ເປັນມື້ທີ 7

ມາ​ຮອດ​ມື້ນີ້ຄົບ 1 ອາທິດແລ້ວທີ່ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢຸດຢູ່ທີ 19 ຄົນເທົ່າເດີມ ຖືວ່າເປັນຂ່າວດີອີກມື້ໜຶ່ງ ຢູ່ ສປປ ລາວ ແລະ ທຸກຄົນກໍ່ຫວັງວ່າຈະໄດ້ຮັບຂ່າວດີເຊັ່ນນີ້ຕະຫຼອດໄປ.

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍມື້ນີ້ ວ່າ ໄດ້ເກັບຕົວຢ່າງມາກວດ ທັງໝົດ 15 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 01 ຄົນ, ກໍລະນີ ມີອາການສົງໄສ 14 ຄົນ, ໃນຈໍານວນນີ້ ຢູ່ນະຄອນຫຼວງວຽງຈັນ 11 ຄົນ ແລະ ຫຼວງພະບາງ, ໄຊສົມບູນ, ອັດຕະປຶ, ໄຊຍະບູລີ ແຂວງລະ 1 ຄົນ, ເຊິ່ງຜົນກວດທັງໝົດ 15 ກໍລະນີ ແມ່ນບໍ່ພົບເຊື້ອ. ໝາຍຄວາມວ່າຜົນກວດໃນວັນທີ 18 ເມສາ 2020 ທີ່ຜ່ານມາ ບໍ່ມີກໍລະນີໃໝ່.

ມາຮອດເວລາ 6 ໂມງເຊົ້າຂອງວັນທີ 19 ເມສາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 210 (ປະເທດ/ເຂດ), ມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 2,325,335 (ເພີ່ມໃໝ່ 76,472), ເສຍຊິວິດ 160,448 (ເພີ່ມໃໝ່ 6,303), ປີ່ນປົວຫາຍດີ 595,514 ຄົນ (ເພີ່ມໃໝ່ 48,771). ມີບາງປະເທດຈຳນວນຄົນຕິດເຊື້ອມື້ດຽວມີເຖິງ 27,482 ຄົນ ແລະ ເສຍຊີວິດ 1,778 ຄົນຕໍ່ມື້.

ສະເພາະປະເທດໃກ້ຄຽງມີບາງປະເທດໄດ້ກັບຄືນມາລະບາດໃໝ່ເປັນຕົ້ນຢູ່ ສປ ຈີນ, ສິງກະໂປ, ອິນໂດເນເຊຍ, ຟິລິບປິນ ມີຜູ້ຕິດເຊື້ອເພີ່ມຂື້ນ ແລະ ເສຍຊິວິດແຕ່ລະວັນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply