Vientiane Times Lao
ອາດມີຜູ້ອອກໂຮງໝໍເພີ່ມ ພາຍຫຼັງປີ່ນປົວຫາຍດີຈາກພະຍາດໂຄວິດ-19

ອາດມີຜູ້ອອກໂຮງໝໍເພີ່ມ ພາຍຫຼັງປີ່ນປົວຫາຍດີຈາກພະຍາດໂຄວິດ-19

ພາຍຫຼັງ 2 ຄົນ ປີ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍແລ້ວ, ອາດຈະໄດ້ຮັບຂ່າວດີຕື່ມວ່າມີບາງຄົນຈະໄດ້ອອກໂຮງໝໍ ຖ້າຜົນກວດ 2 ຄັ້ງຕິດຕໍ່ກັນ ຫາກບໍ່ພົບເຊື້ອຂອງໂຄວິດ-19.

ຄະນະສະເພາະກິດ ລາຍງານຈາກສູນປະຕິບັດງານ ຄວບຄຸມ ໂຄວິດ-19 ໃນຕອນບ່າຍມື້ນີ້ ໃຫ້ຮູ້ວ່າ ຈໍານວນ 14 ຄົນ ທີ່ກໍາລັງປີ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ແລະ 3 ຄົນ ປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ປະຈຸບັນແມ່ນມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.

ມື້ວານນີ້ໄດ້ເກັບຕົວຢ່າງມາກວດ ຈໍານວນໜຶ່ງແມ່ນບໍ່ພົບເຊື້ອ ແລະ ມື້ນີ້ກໍ່ໄດ້ເກັບຕົວຢ່າງມາກວດຊໍ້າອີກ ຄາດວ່າຈະບໍ່ມີຜູ້ພົບເຊື້ອ 2 ຄັ້ງຕິດຕໍ່ກັນ ກໍ່ຈະໄດ້ມີຄົນອອກໂຮງໝໍເພີ່ມອີກ.

ຖ້າຜົນກວດບໍ່ພົບເຊື້ອ ແມ່ນສາມາດອອກໂຮງໝໍໄດ້, ແຕ່ຍັງຈະໄດ້ແຍກປ່ຽວ ຫຼືວ່າຈໍາກັດບໍລິເວນຕົນເອງ ເພື່ອສັງເກດອາການ ຢູ່ເຮືອນຕົນເອງຕື່ມອີກ 14 ວັນ ກ່ອນຈະໄດ້ເຮັດໜ້າທີ່ໃນສັງຄົມປົກກະຕິ.

ມາຮອດມື້ນີ້ ຖືວ່າເປັນມື້ທີ 9 ແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ, ໝາຍຄວາມວ່າຍັງແມ່ນ 19 ຄົນເທົ່າເດີມ, ພ້ອມດຽວກັນ ຄະນະສະເພາະກິດ ກໍ່ຮຽກຮ້ອງໃຫ້ທຸກຄົນສືບຕໍ່ປະຕິບັດມາດຕະການປ້ອງກັນຕ່າງໆ ຢ່າງເຂັ້ມງວດ ບໍ່ຄວນປະໝາດ ເພາະຖ້າຫາກເກີດຂື້ນເປັນຄັ້ງທີ 2 ການລະບາດຂອງພະຍາດດັ່ງກ່າວອາດຈະຮ້າຍແຮງກວ່າເກົ່າກໍ່ເປັນໄດ້.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply