ສປປ ລາວ ແລະ ຍີ່ປຸ່ນ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ໃນຖານະຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ໂດຍສະເພາະ ການສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ ແລະ ການລົງທຶນ ໃນຂະແໜງການທີ່ສອງຝ່າຍມີທ່າແຮງໃນການຮ່ວມມື ເປັນຕົ້ນ ກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ທັນສະໄໝ, ພະລັງງານສະອາດ, ພະລັງງານທາງເລືອກ, ຂະແໜງບໍ່ແຮ່, ການທ່ອງທ່ຽວ, ເຕັກໂນໂລຊີ ແລະ ອື່ນໆ.
ໃນວັນທີ 10 ມິຖຸນາ 2026 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ທະກະອິຈິ ຊະນາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ໃນໂອກາດນີ້, ທ່ານ ນາງ ທະກະອິຈິ ຊະນາເອະ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ ໃນເດືອນມີນາ 2026 ຜ່ານມາ, ພ້ອມທັງ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ການຢ້ຽມຢາມທາງການ ຢູ່ ສປປ ລາວ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນເດືອນພະຈິກ 2025 ຜ່ານມາ ຊຶ່ງ ສປປ ລາວ ແມ່ນປະເທດທໍາອິດ ທີ່ພະອົງ ສະເດັດຢ້ຽມຢາມທາງການ ແລະ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດງານບຸນລາວ ປະຈໍາປີ 2026 ຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນທ້າຍເດືອນພຶດສະພາ 2026 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ປະສົບຜົນສໍາເລັດເປັນຢ່າງດີ.
ໃນໂອກາດດຽວກັນນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ທະກະອິຈິ ຊະນາເອະ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ອີກຄັ້ງ ໃນເດືອນກຸມພາ 2026 ຜ່ານມາ, ພ້ອມທັງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງ ກອງປະຊຸມສຸດຍອດ AZEC Plus ກ່ຽວກັບຄວາມເຂັ້ມແຂງດ້ານພະລັງງານ ໃນເດືອນເມສາ 2026 ຜ່ານມາ ແລະ ສະໜັບສະໜູນຂອບການຮ່ວມມື POWERR Asia (Partnership On Wide Energy and Resources) ທີ່ຍີ່ປຸ່ນໄດ້ສະເໜີໃນກອງປະຊຸມສຸດຍອດ AZEC Plus ດັ່ງກ່າວ, ພ້ອມນັ້ນ ຍັງໄດ້ຢືນຢັນທັດສະນະອັນສະເໜີຕົ້ນສະເໜີປາຍ ຕໍ່ການຮ່ວມມືໃນຂອບສອງຝ່າຍ ລາວ-ຍີ່ປຸ່ນ ທີ່ມີມູນເຊື້ອມາແຕ່ດົນນານ ແລະ ຂອບການຮ່ວມມືຫຼາຍຝ່າຍ ກໍຄື ຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ ອີກດ້ວຍ ໃນຖານະທີ່ຍີ່ປຸ່ນ ເປັນຄູ່ຮ່ວມມືທີ່ສໍາຄັນຂອງອາຊຽນ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອທີ່ມີປະສິດທິພາບ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ມາປະຕິບັດໜ້າທີ່ຢູ່ບັນດາຂະແໜງການຂອງລາວ ທັງໃນສູນກາງ ແລະ ທ້ອງຖິ່ນ. ພິເສດ ແມ່ນການຊ່ວຍເຫຼືອໃນໂຄງການມະນຸດສະທໍາເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ, ພ້ອມນັ້ນ ຍັງໄດ້ສະເໜີ ທ່ານ ນາຍົກລັດຖະມົນຕີ ທະກະອິຈິ ຊະນາເອະ ພິຈາລະນາມອບໝາຍໃຫ້ ການນໍາຂັ້ນສູງຂອງຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC CCM) ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນເດືອນກັນຍາ 2026 ທີ່ຈະມາເຖິງນີ້ ທີ່ນະຄອນຫຼວງວຽງຈັນ ແລະ ເຊື້ອເຊີນຄູ່ຮ່ວມຕໍາແໜ່ງຝ່າຍຍີ່ປຸ່ນ ຢ້ຽມຢາມ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ.
ໃນໂອກາດຢ້ຽມຢາມປະເທດຍີ່ປຸ່ນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ພົບປະກັບ ສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ, ພົບປະກັບອົງການສະພາແລກປ່ຽນມິດຕະພາບສາກົນ (ອົງການ FEC), ພາກທຸລະກິດຂອງຍີ່ປຸ່ນ ຈໍານວນໜຶ່ງ ແລະ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກທຸລະກິດຂອງລາວ ແລະ ຍີ່ປຸ່ນ ອີກດ້ວຍ.

