ອຳນາດການປົກຄອງ ແຂວງ ຈຳປາສັກ ຈະສຶກສາຄວາມເປັນໄປໄດ້ ເພື່ອພັດທະນາໂຄງການຜະລິດກະສິກຳ ທີ່ ເມືອງ ປາກຊ່ອງ, ແນໃສ່ຜະລິດກາເຟ, ໝາກພິກໄທ ແລະ ທຸລຽນ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ, ລົງນາມ ລະຫວ່າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ບໍລິສັດລົງທຶນ.
ອີງຕາມບົດບັນທຶກຄວາມເຂົ້າໃຈ, ໂຄງການຈະປູກກາເຟ, ພິກໄທ ແລະ ໝາກທຸລຽນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ, ໃນເນື້ອທີ່ 100 ເຮັກຕາ ຢູ່ ເມືອງ ປາກຊ່ອງ.
ການສຶກສາສໍາຫຼວດໂຄງການຜະລິດກະສິກໍາ ເປັນສິນຄ້າ ຈະໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ເຊັນບົດບັນທຶກຄວາມເຂົ້າໃຈ ເປັນຕົ້ນໄປ ແລະ ຈະມີໄລຍະເວລາການສຶກສາສໍາຫຼວດ 12 ເດືອນ.
ເປັນການລົງທຶນຂອງຕ່າງປະເທດ 100%, ເຊິ່ງຜູ້ລົງທຶນຕ້ອງໄດ້ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບທາງດ້ານສິ່ງແວດລ້ອມຂອງໂຄງການ.
ເມືອງ ປາກຊ່ອງ, ເປັນເມືອງທີ່ມີດິນອຸດົມສົມບູນ ແລະ ສະພາບອາກາດທີ່ເອື້ອອໍານວຍ, ເປັນໜຶ່ງໃນພື້ນທີ່ກະສິກຳທີ່ສຳຄັນຂອງ ສປປ ລາວ, ໂດຍສະເພາະການຜະລິດກາເຟ, ຜັກ ແລະ ໝາກໄມ້.
ໂຄງການດັ່ງກ່າວຄາດວ່າຈະສ້າງຄວາມເຂັ້ມແຂງໃນການສົ່ງເສີມການຜະລິດກະສິກໍາທີ່ມີມູນຄ່າເພີ່ມ ແລະ ປັບປຸງປະສິດທິພາບການຜະລິດ.

