ລາວ ໂທລະຄົມມະນາຄົມ ແລະ ທາງລົດໄຟ ລາວ-ຈີນ ຮ່ວມມືປັບປຸງການບໍລິການຂໍ້ມູນຂ່າວສານ ຕາມເສັ້ນທາງລົດໄຟ ລາວ-ຈີນ

ລາວ ໂທລະຄົມມະນາຄົມ ແລະ ທາງລົດໄຟ ລາວ-ຈີນ ຮ່ວມມືປັບປຸງການບໍລິການຂໍ້ມູນຂ່າວສານ ຕາມເສັ້ນທາງລົດໄຟ ລາວ-ຈີນ

ການຮ່ວມມືໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມ ຕາມເສັ້ນທາງລົດໄຟລາວ-ຈີນ ລະຫວ່າງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ແມ່ນເນັ້ນໃສ່ເພື່ອປັບປຸງການບໍລິການຂໍ້ມູນຂ່າວສານ ແລະ ການສື່ສານໂດຍລວມຕາມເສັ້ນທາງລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ-ຫຼວງພະບາງ ມີຄວາມຍາວທັງ ໝົດ 224 ກິໂລແມັດ.

ພິທີເຊັນສັນຍາການຮ່ວມມື ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2026 ຜ່ານມານີ້  ທີ່ນະຄອນຫຼວງວຽງຈັນ ຊຶ່ງ ໃຫ້ກຽດລົງນາມໂດຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ຄາງ ເທນິວ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ. ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ HAN YE (ຫານ ເຢ້) ເລຂານຸການ ເອກອັກຄະລັດຖະທູດຈີນ ຝ່າຍເສດຖະກິດ ແລະ ການຄ້າ ປະຈຳ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ລູ້ ຫາຍໂຈ ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບົນພື້ນຖານການຍຶດຖືຫຼັກການ ສົ່ງເສີມຈຸດເດັ່ນຂອງແຕ່ລະຝ່າຍ, ສ້າງພັນທະມິດທີ່ເຂັ້ມແຂງ, ຮ່ວມກັນສ້າງສັນນະວັດຕະກຳ ແລະ ພັດທະນາຮ່ວມກັນ, ທັງສອງຝ່າຍໄດ້ຕົກລົງສ້າງສາຍພົວພັນຮ່ວມມືທາງດ້ານຍຸດທະສາດ ໂດຍມີລາຍລະອຽດດັ່ງນີ້: ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ຍິນດີໃຫ້ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເຊົ່າຊັບພະຍາກອນໂຄງລ່າງພື້ນຖານໂທລະຄົມມະນາຄົມ ເປັນຕົ້ນແມ່ນ ສະຖານີຮັບ-ສົ່ງສັນຍານມືຖື, ສາຍ Fiber Optic ແລະ ອຸປະກອນທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ບໍລິຫານຈັດການເຄືອຂ່າຍມືຖື 4G ຕາມແລວທາງລົດໄຟ ລາວ-ຈີນ, ທັງນັ້ນ ກໍ່ເພື່ອແນ່ໃສ່ຕອບສະໜອງຄວາມຕ້ອງການການນຳໃຊ້ຂໍ້ມູນ ແລະ ການບໍລິການອິນເຕີເນັດມືຖືຂອງຜູ້ໂດຍສານ ໃຫ້ມີຄວາມສະດວກວ່ອງໄວ, ທັງເປັນການຍົກລະດັບມາດຕະຖານການບໍລິການ ແລະ ສ້າງປະສົບການການເດີນທາງຕາມເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ.

ພ້ອມດຽວກັນນັ້ນ ກໍເພື່ອຮ່ວມກັນພັດທະນາ ແລະ ຂະຫຍາຍເຄືອຂ່າຍສັນຍານສຸມໃສ່ການຕິດຕັ້ງ, ປັບປຸງ ແລະ ຂະຫຍາຍສະຖານີສົ່ງສັນຍານໂທລະຄົມ 4G ໂດຍຕິດຕັ້ງ ສະຖານີສົ່ງ-ຮັບສັນຍານ ແລະ ສາຍ Fiber Optic ຕາມແລວເສັ້ນທາງລົດໄຟ ລາວ-ຈີນ, ລວມທັງພື້ນທີ່ພາຍໃນສະຖານີ ແລະ ບໍລິເວນອ້ອມຂ້າງ ຕັ້ງແຕ່ ສະຖານີນາແຄ (ນະຄອນຫຼວງວຽງຈັນ) ຫາ ສະຖານີຫຼວງພະບາງ ມີຄວາມຍາວທັງໝົດ 224 ກິໂລແມັດ, ໂດຍແບ່ງເປັນ 2 ໄລຍະ ໂດຍໄລຍະທີ1 ແລະ ທີ2 ໃຊ້ງົບປະມານການລົງທຶນ ຫຼາຍກວ່າ 8 ລ້ານໂດລາສະຫະລັດ, ໄລຍະເວລາການກໍ່ສ້າງ 07 ເດືອນ (ຄາດໝາຍໃຫ້ສຳເລັດໃນ ທ້າຍປີ 2026), ພື້ນທີ່ຄວບຄຸມສັນຍານ ບໍ່ລວມອຸໂມງ ປະມານ 64 % ໃນ Phase 1 ທີ່ຈະສໍາເລັດໃນທ້າຍປີ 2026 ສ່ວນ Phase 2 ແມ່ນຈະເລີ່ມໃນຕົ້ນປີ 2027 ພື້ນທີສັນຍານຈະກວມ 90 % ຕະຫຼອດເສັ້ນທາງ ນະຄອນຫຼວງວຽງຈັນ-ຫຼວງພະບາງ ແລະ ຄວາມໄວອິນເຕີເນັດ (Speed) ຄວາມໄວໃນການເຂົ້າເຖິງຂອງຜູ້ໃຊ້ຢ່າງໜ້ອຍ >3Mbps.

Related Articles

Leave a Reply