ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ໃນວັນທີ 14-17 ມິຖຸນາ 2026 ທີ່ນະຄອນຫຼວງມົສກູ.
ຫຼັງຈາກນັ້ນ, ພະນະທ່ານ ສອນໄຊ ສີພັນດອນ ຈະສືບຕໍ່ນຳພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງສາຍພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ຊຶ່ງຈະຈັດຂຶ້ນໃນວັນທີ 17-19 ມິຖຸນາ 2026 ທີ່ກາຊານ ສະຫະພັນ ຣັດເຊຍ.
ແຈ້ງການ: ກະຊວງການຕ່າງປະເທດ

