ໂຮງໝໍກະເສມຣາດ ອິນເຕີເນເຊີນແນວ ວຽງຈັນ (Kasemrad International Hospital Vientiane) ຕັ້ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຄາດວ່າຈະ ສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໃນປີ 2021 ໂດຍມີອາຄານທັງໝົດ 4 ຫຼັງ ລວມມີ 38 ຫ້ອງກວດ ແລະ 254 ຕຽງນອນຄົນເຈັບ ຊຶ່ງການບໍລິການຈະປະກອບມີການບໍລິການ ຜູ້ປ່ວຍພາຍນອກ, ຜູ້ປ່ວຍພາຍໃນ, ການບໍລິການ ຜູ້ປ່ວຍທີ່ເກີດຈາກອຸບັດເຫດສຸກເສີນ, ການບໍລິການຜູ້ປ່ວຍວິກິດ ແລະ ອື່ນໆ.
ໂຮງໝໍດັ່ງກ່າວໄດ້ເລີ່ມການກໍ່ສ້າງນັບແຕ່ ເດືອນພຶດສະພາ ປີ 2018 ໂດຍແບ່ງການກໍ່ສ້າງອອກເປັນ 2 ໄລຍະ ລວມມູນຄ່າການລົງທຶນປະມານ 480 ຕື້ກີບ (60 ລ້ານໂດລາສະຫະລັດ).
ທ່ານ ນາງ ວາລີ ເວດສະພົງ ຜູ້ຮ່ວມລົງທຶນ ຝ່າຍລາວໄດ້ກ່າວໃນບໍ່ດົນມານີ້ວ່າ: ໂຮງໝໍກະເສມຣາດ ຈະເປັນໂຮງໝໍທີ່ທັນສະໄໝ ແລະ ຄົບວົງຈອນ ເຊິ່ງຈະເປັນທາງເລືອກໜຶ່ງສໍາລັບຄົນລາວ ໂດຍສະເພາະແມ່ນຜູ້ທີ່ມັກໄປປິ່ນປົວສຸຂະພາບຢູ່ຕ່າງປະເທດ. ບຸກຄະລາກອນໃນເບື້ອງຕົ້ນຈະນໍາໃຊ້ຊ່ຽວຊານຈາກຕ່າງປະເທດ.
ປະຈຸບັນ ທົ່ວປະເທດ ມີໂຮງໝໍເອກະຊົນທັງໝົດແລ້ວ 17 ແຫ່ງ ເຊັ່ນ: ໂຮງໝໍແມ່ນໍ້າຂອງ ນະຄອນຫຼວງວຽງຈັນ, ໂຮງໝໍມັງກອນ ສາກົນ ຢູແຂວງອຸດົມໄຊ ແລະ ໂຮງໝໍອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ: ສົທພາວັນ