Vientiane Times Lao
ຜູ້ທີ່ປີ່ນປົວໂຄວິດ-19 ຢູ່ໂຮງໝໍ ຈຳນວນໜຶ່ງ, ຖ້າຜົນກວດມື້ອື່ນບໍ່ພົບເຊື້ອ ອາດຈະໄດ້ກັບບ້ານ

ຜູ້ທີ່ປີ່ນປົວໂຄວິດ-19 ຢູ່ໂຮງໝໍ ຈຳນວນໜຶ່ງ, ຖ້າຜົນກວດມື້ອື່ນບໍ່ພົບເຊື້ອ ອາດຈະໄດ້ກັບບ້ານ

ຄະນະສະເພາະກິດ ແຈ້ງໃຫ້ຊາບໃນຕອນບ່າຍມື້ນີ້ວ່າ ຜູ້ທີ່ນອນຕິດຕາມອາການ ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ປະຈຸບັນມີອາການເບົາບາງ ແລະ ຈໍານວນໜຶ່ງ ຈະໄດ້ກວດວິເຄາະຫາເຊື້ອໃນມື້ອື່ນ, ຖ້າຫາກວ່າບໍ່ພົບເຊື້ອແມ່ນຈະໄດ້ອອກໂຮງໝໍ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍ ມື້ນີ້ວ່າ ປະຈຸບັນມີຜູ້ນອນຕິດຕາມອາການຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 10 ຄົນ ລວມທັງຜູ້ຕິດເຊື້ອກໍລະນີທີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ ແລະ ຈໍານວນໜຶ່ງຈະໄດ້ກວດວິເຄາະຫາເຊື້ອເພື່ອຢັ້ງຢືນການບໍ່ພົບເຊື້ອໂຄວິດ-19, ຖ້າຫາກວ່າບໍ່ພົບເຊື້ອແມ່ນຈະໄດ້ອອກໂຮງໝໍ ເພື່ອເມືອຕິດຕາມອາການຢູ່ເຮືອນດ້ວຍການຈໍາກັດບໍລິເວນຕື່ມອີກ 14 ວັນ ກ່ອນຈະກັບມາກວດຫາເຊື້ອຢູ່ໂຮງໝໍອີກເທື່ອໜຶ່ງຕາມການແນະນໍາຂອງແພດ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ແຈ້ງໃຫ້ຊາບຕື່ມອີກວ່າ ສໍາລັບຜູ້ທີ່ຈະເດີນທາງອອກ ຈາກ ສປປ ລາວ ໄປຕ່າງປະເທດ ດ້ວຍເຫດຜົນໃດກໍ່ຕາມ ຂໍໃຫ້ພາກສ່ວນກ່ຽວຂ້ອງ ອຳນວຍຄວາມສະດວກໃຫ້ພວກກ່ຽວ ແຕ່ສຳຄັນແມ່ນຕ້ອງສຶກສາເບິ່ງເງື່ອນໄຂຂອງປະເທດທີ່ມີຈຸດປະສົງທີ່ຈະເດີນທາງໄປ ເພື່ອປະຕິບັດຕາມໃຫ້ຖືກຕ້ອງ. ທັງນີ້ກໍ່ຍ້ອຍວ່າ ການລະບາດຂອງພະຍາດ ໂຄວິດ-19 ໃນໂລກນີ້ ຍັງສືບຕໍ່ມີການລະບາດ ແລະ ມີຜູ້ເສຍຊີວິດແຕ່ລະວັນ. ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດມີຜູ້ຕິດເຊື້ອໃໝ່ ໃນວັນທີ 5 ພຶດສະພາ 2020 ນີ້ ເຖິງ 632 ຄົນ ແລະ ເສຍຊີວິດໃນມື້ດຽວຢູ່ກຸ່ມປະເທດອາຊຽນເຖິງ 23 ຄົນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply