ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນໄດ້ ແຈ້ງໃຫ້ຮູ້ວ່າ: ສາເຫດຫຼັກທີ່ກໍ່ໃຫ້ເກີດອັກຄີໄພຢູ່ນະຄອນຫຼວງວຽງຈັນມີ 3 ຢ່າງ ຄື: ຈາກໄຟຟ້າລັດວົງຈອນ, ການຈູດທູບ-ໄຕ້ ທຽນບູຊາ ແລະ ເກີດຈາກການຈູດຂີ້ເຫຍື້ອ.
ທ່ານ ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນ ໃນບໍ່ດົນມານີ້ວ່າ: ການຕ້ານອັກຄີໄພ ປະຊາຊົນຕ້ອງໄດ້ກວດສອບ 3 ຢ່າງເປັນຫຼັກ ເຊັ່ນ ໜຶ່ງຄືລະບົບໄຟຟ້າຢູ່ເຮືອນ ຖ້າພົບເຫັນສາຍໄຟເກົ່າ ມີຮອຍຂາດ ຮູປັກສຽບແຕກ ເວລາສຽບປັກໄຟບໍ່ແໜ້ນ ກໍ່ຈະກໍ່ໃຫ້ເກີດໄຟໄໝ້ໄດ້ ນອກນັ້ນອຸປະກອນໄຟຟ້າຕ່າງໆ ບໍ່ວ່າຈະເປັນໂທລະພາບ, ເຄື່ອງຕົ້ມນໍ້າຮ້ອນ, ແອ, ໝໍ້ຫຸງເຂົ້າ, ໝໍ້ຕົ້ມນໍ້າ ແລະ ອື່ນໆ ເມື່ອເຊົາໃຊ້ແລ້ວຄວນຖອດປັກສຽບ ຫຼື ມອດແບກເກີລົງໄວ້ເລີຍຍິ່ງເປັນການດີ. ສອງ ຄືການໄຕ້ທຽນ-ຈູດທູບ ໃນມື້ວັນສິນ ຄວນມີຄວາມລະມັດລະວັງເປັນພິເສດ ບາງຄົນເຮັດຖ້ານຈູດທູບ-ໄຕ້ທຽນຢູ່ຫົວບ່ອນນອນ ເວລາຈູດທູບ-ທຽນລົມໄດ້ພັດເອົາຜ້າກັ້ງໄປໃສ່ ຊຶ່ງໄດ້ກໍ່ໃຫ້ເກີດໄຟໄໝ້ເຮືອນເປັນຈໍານວນຫຼາຍ ດັ່ງນັ້ນຄວນເຮັດຖ້ານຈູດທູບ-ໄຕ້ທຽນໄວ້ບ່ອນທີ່ບໍ່ມີຄວາມສ່ຽງ. ສາມ ຄືການຈູດຂີ້ເຫຍື້ອຢູ່ດິນເປົ່າຫວ່າງກໍ່ເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດໄຟໄໝ້ເພາະເວລາຈູດບໍ່ມີໃຜເຝົ້າ ຈຶ່ງເຮັດໃຫ້ລົມພັດໄຟລາມໄໝ້ ເຮືອນຊານ ແລະ ໂຮງງານກໍ່ມີ.
ທ່ານ ພັທ ຄໍາເພັດ ໄດ້ກ່າວຕື່ມວ່າ: ຖ້າປະຊາຊົນມີການກວດສອບດັ່ງທີ່ເວົ້າມາຂ້າງເທີງນີ້ ກໍ່ຈະສາມາດຢັບຢັ້ງຜົນເສຍຫາຍທາງດ້ານສັບສິນ ຫຼື ເສຍຊີວິດທີ່ເກີດຈາກອັກຄີໄຟໄດ້. ນອກນັ້ນບັນຫາໜຶ່ງທີ່ຄວນເອົາໃຈໃສ່ ແຕ່ລະຄົວເຮືອນຄວນມີບັ້ງມອດໄຟເມື່ອເຫັນການເກີດມີປະກາຍໄຟທໍາອິດ ບັ້ງມອດໄຟກໍ່ຈະສາມາດຊ່ວຍໄດ້.
ຫຼ້າສຸດມື້ວານນີ້ວັນທີ 12 ພຶດສະພາ 2020, ເວລາ 17 ໂມງ 30 ໄດ້ເກີດເຫດໄຟໄໝ້ ເຮືອນປະຊາຊົນຢູ່ທີ່ບ້ານນາງ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍ່ໃຫ້ເກີດຜົນເສຍຫາຍຄືໄຟໄໝ້ເຮືອນ 1 ຫຼັງ, ລົດຈັກ 1 ຄັນ ແລະ ມີຜູ້ເສຍຊີວິດ 1 ຄົນ ເພດຊາຍ ອາຍຸ 52 ປີ. ສ່ວນສາເຫດຂອງອັກຄີໄພຄັ້ງນີ້, ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການກວດສອບຕໍ່ໄປ.
ຂ່າວ: ວຽງຈັນທາຍ
ພາບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງປະເທດລາວ

