ພົບແລ້ວສົບຊາຍໜຸມ ທີ່ຈົມນໍ້າໃນເວລາປະມານ 18 ໂມງ ຂອງວັນທີ 16 ພຶດສະພາ 2020, ຢູ່ໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ (ທ່າລາດ).
ອາສາສະໝັກຈາກໜ່ວຍກູ້ຊີບ-ກູ້ໄພ ກາແດງແຂວງວຽງຈັນ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ວ່າ ສົບຂອງຊາຍໜຸ່ມທີ່ຈົມນໍ້າເສຍຊີວິດ ພົບໃນຕອນບ່າຍຂອງມື້ນີ້ ໂດຍສົບຟູນໍ້າຂຶ້ນມາເອງ ພາຍຫຼັງທີ່ມີການຄົ້ນຫາແຕ່ມື້ເກີດເຫດຊຶ່ງມີທີມງານນັກດຳນ້ຳຈາກເຂື່ອນນໍ້າງື່ມ 1, ທີມງານກູ້ຊີບ-ກູ້ໄພ ນະຄອນຫຼວງ 1623 ແລະ ທີມງານນັກດຳນ້ຳ ກູ້ຊີບ-ກູ້ໄພ ກາແດງ ແຂວງວຽງຈັນ ແລະ ທີມງານອື່ນໆ ແຕ່ບໍ່ພົບ.
ທ່ານ ກຸກກີ້ ສອນອາໄພ ອາສາສະໝັກຈາກໜ່ວຍກູ້ຊີບ-ກູ້ໄພ ກາແດງແຂວງວຽງຈັນ ໄດ້ກ່າວຕື່ມວ່າ ຊາຍໜຸ່ມຜູ້ຈົມນໍ້າເສຍຊີວິດດັ່ງກ່າວ ຊື່ ທ້າວ ເພັດ ອາຍຸ 24 ປີ ປະຊາຊົນ ບ້ານຖິ່ນຍຸງ ເມືອງວຽງຄໍາ ແຂວງວຽງຈັນ ໂດຍທີ່ລາວໄດ້ມາທ່ຽວຂີ່ເຮືອຕາມອ່າງນໍ້າງື່ມ 1 ກັບທີມງານ ຫຼື ໝູ່ເພື່ອນຂອງລາວ. ຕາມການບອກເລົ່າຂອງແຟນຜູ້ຈົມນໍ້າເສຍຊີວິດວ່າ: ກ່ອນທີ່ຈະກັບຂຶ້ນຮອດ ຝັ່ງປະມານ 200 ແມັດ, ຜູ້ສູນຫາຍໄດ້ເວົ້າກັບແຟນລາວ ແລະ ໝູ່ວ່າຈະໂດດອາບນໍ້າ ແຕ່ກໍ່ມີຜູ້ມາຫ້າມແລ້ວ ແຕ່ລາວບໍ່ຟັງ, ລາວໄດ້ແກ້ເສື້ອໃຫ້ແຟນລາວ ແລະ ໄດ້ໂດດລົງອາບນໍ້າໃນຂະນະທີ່ເຮືອກໍາລັງແລ່ນເຂົ້າຝັ່ງ ໂດຍບໍ່ໄດ້ໃສ່ເສື້ອຊູຊີບ, ຈຸດປະສົງຂອງລາວແມ່ນຈະຈັບ ເຊືອກ ຫຼື ຈ່ອງເຊືອກຢູ່ຂ້າງເຮືອ ເພື່ອອາບນໍ້າ ແລະ ຈ່ອງເຊືອກ ເຂົ້າຝັ່ງເລີຍ ແຕ່ຈັບເຊືອກບໍ່ຖືກ ທໍາອິດຍັງສາມາດເຫັນຜູ້ກ່ຽວຢູ່ ຍ້ອນມີຟອງນໍ້າແຮງຈາກເຮືອທີ່ແລ່ນ ລາວຈື່ງບໍ່ສາມາດຕ້ານທານກັບຟອງນໍ້າໄດ້ ຜູ້ຂັບເຮືອກໍ່ໄດ້ຢຸດ ແລະ ຖອຍຫຼັງເພື່ອຈະມາຮັບຜູ້ກ່ຽວ ແຕ່ບໍ່ເຫັນຜູ້ກ່ຽວ ຍ້ອນລາວໄດ້ຈົມລົງພື້ນນໍ້າແລ້ວ.
ຂ່າວ: ວຽງຈັນທາຍ
ພາບ: ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624