Vientiane Times Lao
ຄະນະສະເພາະກິດ ຮຽກຮ້ອງໃຫ້ປະຕິບັດມາດຕະການຜ່ອນຜັນໃຫ້ຖືກຕ້ອງ

ຄະນະສະເພາະກິດ ຮຽກຮ້ອງໃຫ້ປະຕິບັດມາດຕະການຜ່ອນຜັນໃຫ້ຖືກຕ້ອງ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ຈົ່ງຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດ ບັນດາມາດຕະການທີ່ຜ່ອນຜັນ ແລະ ຂໍ້ແນະນໍາໃຫ້ຖືກຕ້ອງ.

ມື້ນີ້ ວັນທີ 18 ພຶດສະພາ 2020 ເປັນມື້ເລິ່ມຕົ້ນປະຕິບັດຈົນເຖິງວັນທີ 01 ມິຖຸນາ 2020 ຈຶ່ງຈະມີການປະເມີນສະຖານະການຄືນໃໝ່, ປະເດັນສຳຄັນຢູ່ໃນແຈ້ງການນັ້ນແມ່ນ ການອະນຸຍາດໃຫ້ພະນັກງານລັດຖະກອນໄດ້ເຮັດວຽກເປັນປົກກະຕິ; ສາມາດເດີນທາງພາຍໃນປະເທດໄດ້; ການເປີດການຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງອາກາດ ພາຍໃນປະເທດ; ການອະນຸຍາດໃຫ້ມີການຝຶກອົບຮົມ, ສໍາມະນາ, ປະຊຸມທາງການ; ການເປີດໂຮງຮຽນຊັ້ນ ປ5, ມ4, ມ7; ອະນຸຍາດໃຫ້ອອກກໍາລັງກາຍກາງແຈ້ງ ແລະ ໃນຮົ່ມ; ອະນຸຍາດໃຫ້ເປີດດຳເນີນທຸລະກິດການຄ້າ ແລະ ບໍລິການຕ່າງໆ; ດຳເນີນກິດຈະການຂອງບໍລິສັດ ແລະ ໂຮງງານຈຳນວນໜຶ່ງ; ອະນຸຍາດໃຫ້ຊາວຕ່າງປະເທດກັບມາເຮັດວຽກຢູ່ໃນບາງໂຄງການ; ແຕ່ທັງໝົດເຫຼົ່ານີ້ກໍ່ຕ້ອງໄດ້ປະຕິບັດຕາມຄໍາແນະນໍາຂອງຂະແໜງການກ່ຽວຂ້ອງ ແລະ ມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ ເຖິງບໍ່ພົບຜູ້ຕິດເຊື້ອ ເພີ່ມໃໝ່ກໍ່ຕາມ ການປະຕິບັດໄລຍະຫ່າງທາງສັງຄົມ, ບໍ່ໃຫ້ມີການແອອັດ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ, ພວກເຮົາຈຶ່ງຈະສາມາດສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາຮອບໃໝ່.​

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Related Articles

Leave a Reply