Vientiane Times Lao
ນໍ້າປະປາ ໄດ້ຫຼຸດຄ່າໃຊ້ນໍ້າລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ

ນໍ້າປະປາ ໄດ້ຫຼຸດຄ່າໃຊ້ນໍ້າລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ໄດ້ອອກແຈ້ງການໃນວັນທີ 19 ພຶດສະພາ 2020 ວ່າ: ແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ຈະຫຼຸດຄ່ານໍ້າປະປາ ລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ (ລູກຄ້າປະເພດ I).

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ຈະຫຼຸດຄ່າໃຊ້ນໍ້າລົງໃນຄັ້ງນີ້ ແມ່ນອີງໃສ່ຄໍາແນະນໍາຂອງຄະນະສະເພາະກິດ ກໍ່ຄືລັດຖະບານ ວ່າດ້ວຍການຊ່ວຍຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19.

ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ສະເພາະລູກຄ້າປະເພດ II ຄື ສໍານັກງານອົງການພັກ-ລັດ ແລະ ປະເພດ III ຄືຫົວໜ່ວຍທຸລະກິດ ແລະ ໂຮງຈັກ-ໂຮງງານຕ່າງໆ ແມ່ນຍັງໃຫ້ຄິດໄລ່ຕາມປົກກະຕິ.

ຜ່ານມາ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ ກໍ່ໄດ້ອອກແຈ້ງການກ່ຽວກັບນະໂຍບາຍຫຼຸດຄ່າ ບໍລິການຂົນສົ່ງ-ບໍາບັດຂີ້ເຫຍື້ອລົງ 50% ຂອງມູນຄ່າສັນຍາ ໃນໄລຍະ 3 ເດືອນ (ເມສາ, ພຶດສະພາ ແລະ ມິຖຸນາ 2020) ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄ ວິດ-19 ໃຫ້ພໍ່ແມ່ປະຊາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ.

ຂ່າວ: ສົມພາວັນ

ພາບ: ນໍ້າປະປານະຄອນຫຼວງ

Related Articles

Leave a Reply