Vientiane Times Lao
ໂຮງຮຽນຫຼາຍແຫ່ງຢູ່ເຂດຊົນນະບົດຍັງຂາດອຸປະກອນປ້ອງກັນ ໂຄວິດ-19

ໂຮງຮຽນຫຼາຍແຫ່ງຢູ່ເຂດຊົນນະບົດຍັງຂາດອຸປະກອນປ້ອງກັນ ໂຄວິດ-19

ຫຼາຍໂຮງຮຽຮຽນ ໃນທົ່ວປະເທດ ສາມາດປະຕິບັດຕາມມາດຕະການຕ່າງໆໃນໄລຍະຜ່ອນຜັນຂອງຄະນະສະເພາະກິດ ໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້, ແຕ່ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ ຍັງຂາດເຂີນອຸປະກອນການແພດ ສໍາລັບປ້ອງກັນພະຍາດດັ່ງກ່າວ.

ທ່ານ ຮສ. ດຣ. ກອງສີ​ ​ແສງ​ມະນີ ຮອງ​ລັດຖະມົນຕີ​ ກະຊວງ​ສຶກສາທິການ ແລະ ກິລາ ໄດ້ກ່າວໃນໂອກາດຖະແຫຼງຂ່າວຮ່ວມກັບຄະນະສະເພາະກິດ ໃນຕອນບ່າຍມື້ນີ້ວ່າ ພາຍຫຼັງທີ່ໄດ້ເປີດການຮຽນ ການສອນຄືນໃໝ່ໃນວັນທີ 18 ພຶດສະພາ 2020 ທີ່ຜ່ານມາ ສໍາລັບຊັ້ນປະຖົມສົມບູນປີທີ 5 ມັດທະຍົມສຶກສາ ຕອນຕົ້ນປີທີ 4 ແລະ ມັດທະຍົມສຶກສາຕອນປາຍປີທີ 7 ມີຫຼາຍໂຮງຮຽນໃນທົ່ວປະເທດ ແມ່ນສາມາດປະຕີບັດໄດ້ຂັ້ນຕອນຕ່າງໆ ໃນການປ້ອງກັນ ໂຄວິດ-19 ເຊັ່ນວ່າ ລ້າງມືດ້ວຍສະບູ ຫຼື ເຈວລ້າງມື, ມີຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ. ແຕ່ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ ຍັງຂາດອຸປະກອນການແພດສໍາລັບປ້ອງກັນ ໂຄວິດ-19 ເປັນຕົ້ນແມ່ນ ເຈວລ້າງມື, ຜ້າອັດປາກ-ດັງ ແລະ ນໍ້າສະອາດ, ເພາະສະນັ້ນ ທາງ​ກະຊວງ​ສຶກສາທິການ ແລະ ກິລາ ໄດ້ແນະນໍາໃຫ້ໂຮງຮຽນ ເຫຼົ່ານັ້ນ ແນະນໍານັກຮຽນຖືນໍ້າສະອາດມາເອງ.

ຮສ. ດຣ. ກອງສີ​ ​ແສງ​ມະນີ ກ່າວຕື່ມອີກວ່າ ປະຈຸບັນ ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ຂັ້ນຕ່າງໆ ແມ່ນມີຄວາມພ້ອມໃນການເປີດການຮຽນ ການສອນຄືນໃໝ່ໃນວັນທີ 2 ມິຖຸນາ 2020 ນີ້, ຖ້າຫາກວ່າ ຄະນະສະເພາະກິດ ມີມາດຕະການຜ່ອນຜັນເພີ່ມຕື່ມ. ຖ້າຫາກໄດ້ເປີດຕາມວັນເວລາ ດັ່ງກ່າວ ແມ່ນຈະໄດ້ສືບຕໍ່ຮຽນທົດແທນຄືນຈໍານວນ 2 ເດືອນ ທີ່ຖືກໂຈະຊົ່ວຄາວຍ້ອນການລະບາດຂອງໂຄວິດ-19 ກ່ອນຈະມີການສອບເສັງຈົບຊັ້ນຂອງແຕ່ລະຊັ້ນຮຽນ.

ສໍາລັບນັກສຶກສາລາວຢູ່ຕ່າງປະເທດ ທີ່ມີຈຸດປະສົງຢາກກັບມາຢາມບ້ານແມ່ນສາມາດມາໄດ້ ແຕ່ຕ້ອງໄດ້ປະຕິບັດຕາມມາດຕະການຕ່າງໆໃນໄລຍະຜ່ອນຜັນ ຂອງຄະນະສະເພາະກິດ ຢ່າງເຂັ້ມງວດ. ສ່ວນນັກສຶກສາລາວ ທີ່ຢາກຈະກັບໄປໂຮງຮຽນຢູ່ຕ່າງປະເທດນັ້ນ ແມ່ນໃຫ້ປະສານກັບພະແນກສຶກສາທິການ ແລະ ກິລາ ຂັ້ນແຂວງ ຫຼື ນະຄອນຫຼວງ ເພື່ອປະສານຫາປະເທດເຈົ້າພາບໃນການອະນຸຍາດ.

ຂ່າວ: ສີໃສ

ພາບ: ຄໍາພັນ 

Related Articles

Leave a Reply