Vientiane Times Lao
ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ 5 ຄົນ ຈະໄດ້ສືບຕໍ່ຕິດຕາມອາການ, ເພາະຜົນກວດຍັງເປັນບວກ

ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ 5 ຄົນ ຈະໄດ້ສືບຕໍ່ຕິດຕາມອາການ, ເພາະຜົນກວດຍັງເປັນບວກ

ຄະນະສະເພາະກິດ ຖະແຫຼງໃຫ້ຊາບໃນຕອນບ່າຍຂອງວັນທີ 21 ພຶດສະພາ 2020 ວ່າ ມື້ວານນີ້ ໄດ້ກັບຕົວຢ່າງມາກວດວິເຄາະເປັນຄັ້ງທີສອງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ ຈໍານວນ 2 ຄົນ ຈາກທັງໝົດ 5 ຄົນ ທີ່ນອນຕິດຕາມອາການ ແລະ ປີ່ນປົວຢູ່ໂຮງໝໍມິດຕະພາບ ເຊິ່ງຜົນຍັງເປັນບວກ (ຍັງມີເຊື້ອໂຄວິດ-19) ດັ່ງນັ້ນ ຈະໄດ້ສືບຕໍ່ຕິດຕາມຕໍ່ໄປ.

ນັບແຕ່ເດືອນມັງກອນ ຮອດ ວັນທີ 20 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 4,812 ຕົວຢ່າງ, ກວດພົບເຊື້ອສະສົມ ຍັງເປັນ 19 ຄົນເທົ່າເດີມ, ໝາຍຄວາມວ່າ 39 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.

ເຖິງຈະບໍ່ພົບຜູ້ຕິດເຊື້ອໃໝ່ ຫຼາຍວັນຕິດຕໍ່ກັນແລ້ວກໍ່ຕາມ, ແຕ່ຄະນະສະເພາະກິດ ກໍ່ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງ ຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 01 ມິຖຸນາ 2020.

ພ້ອມດຽວກັນ ຄະນະສະເພາະກິດ ໄດ້ແຈ້ງຕື່ມອີກວ່າ ປະຈຸບັນແມ່ນໄດ້ອະນຸຍາດໃຫ້ມີການບໍລິການຂົນສົ່ງໂດຍສານລະຫວ່າງແຂວງ ໃນທົ່ວປະເທດແລ້ວ ໂດຍເລີ່ມມາແຕ່ ວັນທີ 18 ພຶດສະພາ 2020, ແຕ່ກໍ່ໄດ້ແຈ້ງໃຫ້ຜູ້ປະກອບການຂົນສົ່ງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງຖືກວິທີ ເຊັ່ນ ວັດແທກອຸນຫະພູມຮ່າງກາຍ, ສີດຢາຂ້າເຊື້ອພາຍໃນພາຫານະ, ມີເຈວລ້າງມື ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply