ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຊາບໃນມື້ນີ້ວ່າ ເກີດແຜ່ນດິນໄຫວ ໃນເວລາ 04 ໂມງ 48 ນາທີ ຂອງວັນທີ 22 ພຶດສະພາ 2020 ໂດຍໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ບໍລິເວນເຂດບ້ານສີໄຊທອງ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງໄຊຍະບູລີ ປະມານ 63 km ແລະ ແຜ່ນດິນໄຫວໃນຄັ້ງນີ້ ເປັນແຜ່ນດິນໄຫວຂະໜາດນ້ອຍບໍ່ມີຜົນເສຍຫາຍ.
ແຜ່ນດິນໄຫວດັ່ງກ່າວ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.52 ອົງສາເໜືອ ແລະ ເສັ້ນແວງທີ 101.40 ອົງສາຕາເວັນອອກ ຄວາມແຮງສັ່ນສະເທື່ອນວັດແທກໄດ້ 2.3 ຣິກເຕີ, ມີຄວາມເລິກຈາກໜ້າດິນ 8 ກິໂລແມັດ.
ສໍາລັບ ພະຍາກອນອາກາດ ປະຈຳວັນທີ 22 ພຶດສະພາ 2020 ຄວາມກົດດັນຕໍ່າຂອງອາກາດຮ້ອນມີກຳລັງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ຂ່າວ: ວຽງຈັນທາຍ

