Vientiane Times Lao
ລາວ ຍັງເຂັ້ມງວດໃນການເຝົ້າລະວັງຕາມຈຸດຜ່ານດ່ານຕ່າງໆ

ລາວ ຍັງເຂັ້ມງວດໃນການເຝົ້າລະວັງຕາມຈຸດຜ່ານດ່ານຕ່າງໆ

ຄະນະສະເພາະກິດ ໄດ້ຢືນຢັນວ່າ ສປປ ລາວ ແມ່ນມີຄວາມເຂັ້ມງວດໃນການເຝົ້າລະວັງຢູ່ຕາມຈຸດຜ່ານດ່ານຕ່າງໆ ໂດຍໃນທຸກດ່ານແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ ແລະ ກັ່ນຕອງຕາມມາດຕະການປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ ແມ່ນການຈໍາກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດໄດ້ກະກຽມໄວ້.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຊາບໃນຕອນບ່າຍມື້ນີ້ວ່າ ຈໍານວນຜູ້ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 24 ພຶດສະພາ 2020 ມີທັງໝົດ 1,516 ຄົນ, ໃນນີ້ ຈຸດຜ່ານດ່ານລາວ-ໄທ 823 ຄົນ, ໃນນັ້ນມີຜູ້ອອກແຮງງານລາວກັບມາຈາກປະເທດໄທ 26 ຄົນ, ຜ່ານດ່ານສາກົນວັງເຕົົ່າ-ຊ່ອງເມັກ ແຂວງຈຳປາສັກ 17 ຄົນ; ຜ່ານຂົວມິດຕະພາບແຫ່ງທີ 2 ແຂວງສະຫວັນນະເຂດ 9 ຄົນ, ສ່ວນເຫຼືອນັ້ນແມ່ນຄົນຂັບລົດຂົນສົົ່ງສິນຄ້າ.

ຈຸດຜ່ານດ່ານລາວ-ຈີນ 38 ຄົນ, ໃນນັ້ນມີຄົນລາວກັບມາຈາກປະເທດຈີນ 4 ຄົນ, ມີວິຊາການຄົນຈີນຂອງໂຮງງານຢາສູບລາວທຽນຫຼົງ ແລະ ບໍລິສັດຢາງພາລາຢຸນນານຈໍາກັດ 26 ຄົນ ເຊິ່ງແຮງງານລາວ ແລະ ວິຊາການເຫຼົ່ານັ້ນ ແມ່ນເຂົ້າມາຜ່ານດ່ານບໍ່ເຕັນ, ແຂວງຫຼວງນ້ຳທາ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ນອກຈາກນີ້ ກໍ່ມີຈຸດຜ່ານດ່ານລາວ-ຫວຽດນາມ 665 ຄົນ ທັງໝົດແມ່ນຄົນຂັບລົດຂົນສົ່ງສິນຄ້າ.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 24 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 5,795 ຕົວຢ່າງ, ກວດພົບເຊື້ອສະສົມຍັງເປັນ 19 ຄົນເທົ່າເດີມ ແລະ ກໍ່ເປັນ 43 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.

ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ ໂຮງໝໍມິດຕະພາບ 5 ຄົນ ໃນນີ້ເພດຍິງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິຈະໄດ້ສືບຕໍ່ຕິດຕາມຕໍ່ໄປຈົນກ່ວາຈະກວດຫາເຊື້ອບໍ່ພົບ.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໄຊ

Related Articles

Leave a Reply