ເກີດແຜ່ນດິນໄຫວ 2.1 ຣິກເຕີ ອີກແລ້ວຢູ່ເມືອງໄຊສະຖານແຂວງໄຊຍະບູລີ

ເກີດແຜ່ນດິນໄຫວ 2.1 ຣິກເຕີ ອີກແລ້ວຢູ່ເມືອງໄຊສະຖານແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຊາບໃນມື້ນີ້ວ່າແຂວງໄຊຍະບູລີ ເກີດແຜ່ນດິນໄຫວອີກແລ້ວ ມີຄວາມແຮງສັ່ນສະເທື່ອນວັດ ແທກໄດ້ 2.1 ຣິກເຕີ, ມີຄວາມເລິກຈາກໜ້າດິນ 6 ກິໂລແມັດ, ໃນເວລາ 05 ໂມງ 48 ນາທີ ຂອງວັນທີ 29 ພຶດສະພາ 2020.

ແຜ່ນດິນໄຫວດັ່ງກ່າວ ໄດ້ພົບສັນຍານການ ເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ບໍລິເວນເຂດບ້ານ ກໍ່ໃຫ່ຍ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດ ແຜ່ນດິນໄຫວ ແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 19km ແລະ ແຜ່ນດິນໄຫວໃນຄັ້ງນີ້ ຍັງເປັນແຜ່ນດິນໄຫວ ຂະໜາດນ້ອຍ ບໍ່ມີຜົນເສຍຫາຍ.

ໃນເດືອນດຽວກັນນີ້, ເກີດແຜ່ນດິນໄຫວ ສາມຄັ້ງແລ້ວ ຢູ່ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ ຄື ວັນທີ 22 ພຶດສະພາ 2020 ເຂດບ້ານສີໄຊທອງ, ເຊິ່ງ ຄວາມແຮງສັ່ນສະເທື່ອນວັດແທກໄດ້ 2.3 ຣິກເຕີ. ວັນທີ 28 ພຶດສະພາ 2020 ເຂດບ້ານສັນແຕ, ເຊິ່ງ ຄວາມແຮງສັ່ນສະເທື່ອນວັດແທກໄດ້ 1.7 ຣິກເຕີ ແລະ ມື້ນີ້ ຢູ່ເຂດບ້ານ ກໍ່ໃຫ່ຍ, ເຊິ່ງ ຄວາມແຮງສັ່ນສະເທື່ອນ ວັດແທກໄດ້ 2.1 ຣິກເຕີ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply