ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19 ອອກມາດ ຕະການຜ່ອນຜັນ ໃໝ່ຕື່ມ, ເຊິ່ງເລີ່ມປະຕິບັດນັບແຕ່ວັນທີ 2 ຫາ 30 ມິຖຸນາ 2020ໂດຍອະນຸຍາດໃຫ້ເປີດການຮຽນການສອນໃນທຸກລະດັບການສຶກສານັບແຕ່ໂຮງຮຽນລ້ຽງເດັກ ແລະ ອະນຸບານຮອດມະຫາວິທະຍາໄລ, ເປີດຕະຫຼາດສະເພາະກາງຄືນ, ຮ້ານກິນດື່ມ, ໂຮງສາຍຮູບເງົາ, ການແຂງຂັນກິລາຕ່າງໆ ແລະ ອື່ນໆ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ທາງຄະນະສະເພາະກິດໄດ້ວາງອອກ.
ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຊາບ ໃນຕອນບ່າຍມື້ວັນທີ 29 ພຶດສະພາ 2020 ນີ້ວ່າ: ໃຫ້ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງອື່ນໆທີ່ມີ ໂຮງຮຽນ ຫຼື ສະຖາບັນການ ສຶກສາເປີດໂຮງຮຽນຄືນໃໝ່ໃນຊັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນ ປ 1 ຫາ ປ 4, ມ 1 ຫາ ມ 3, ມ 5 ຫາ ມ 6, ປີສຸດທ້າຍຂອງວິຊາອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາໄລ, ການຈັດຝຶກອົບຮົມ ຫຼື ຮຽນໄລຍະສັ້ນ ໃຫ້ເລີ່ມເປີດແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ. ສ່ວນຊັ້ນຮຽນອື່ນທີ່ຍັງເຫຼືອໃຫ້ເປີດວັນທີ 15 ມິຖຸນາ 2020 ແຕ່ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມື້ດ້ວຍເຈວລ້າງມື ຫຼື ສະບູ, ມີການວັດແທກອຸນຫະພູມຮ່າງກາຍ ແລະ ມີຜ້າອັດດັງ-ປາກ ແລະ ອະນາໄມສະຖານທີ່ເປັນປະຈໍາ.
ທ່ານ ຮສ ດຣ. ບຸນກອງໄດ້ກ່າວຕື່ມວ່າ: ມາດຕະການຜ່ອນຜັນໃໝ່ນີ້ຍັງມີການອະນຸຍາດໃຫ້ຈັດການແຂ່ງຂັນກິລາທຸກປະເພດແຕ່ບໍ່ໃຫ້ມີຜູ້ເຂົ້າຊົມ, ໃຫ້ເປີດຮ້ານຂາຍເຄື່ອງກາງຄືນ (ຕະຫຼາດກາງຄືນ), ຮ້ານກິນດື່ມ (ບໍ່ແມ່ນຮ້ານຂາຍເຫຼົ້າ-ເບຍ ແລະ ສິ່ງມືນເມົາ ເພື່ອຊຸມແຊວ) ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແລະ ເປີດໂຮງຮູບເງົາແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ. ນອກນັ້ນຍັງອະນຸຍາດໃຫ້ບັນດາໂຄງການ, ກິດຈະການ ແລະ ໂຮງງານສາມາດດໍາເນີນເປີດກິດຈະການໄດ້ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ແຈ້ງການດັ່ງກ່າວຍັງລະບຸວ່າ ທາງຄະນະສະເພາະກິດຍັງບໍ່ອະນຸຍາດໃຫ້ເປີດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເກມ ແລະກາຊິໂນ. ຫ້າມຈັດກິດຈະການຊຸມນຸມທີ່ບໍ່ເປັນທາງການ, ຊຸມແຊວ ແລະງານສັງສັນ. ນອກນັ້ນຍັງຫ້າມຈັດງານປະເພນີທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການ ຕິດເຊື້ອ. ສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖິ່ນສໍາລັບການເຂົ້າ-ອອຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້.
ສ່ວນດ່ານສາກົນ ກໍ່ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ ແລະ ຊາວຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
ສຳລັບການຂົນສົ່ງສິນຄ້າຜ່ານດ່ານສາກົນແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ; ສໍາລັບການແຕ່ງດອງໃຫ້ຖືເອົາການຈົດທະບຽນການແຕ່ງດອງນໍາກັນແລ້ວກໍ່ແມ່ນມີຖານະເປັນຄູ່ຜົວ-ເມຍທີ່ຖືກຕ້ອງຕາມກົດໝາຍ, ສ່ວນການຈັດງານແຕ່ງດອງນັ້ນໃຫ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີອັນດີງາມຂອງຊາດບົນຈິດໃຈປະຢັດມັດທະຍັດໂດຍໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.
ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສຳລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19. ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ.
ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີມີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ, ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນຈະເປັນຜູ້ພິຈາລະນາ. ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມແຕ່ 2 ແຂວງຂຶ້ນໄປແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆທີ່ໄດ້ກຳນົດໃນຄໍາສັ່ງສະບັບເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ.
ຂ່າວ: ວຽງຈັນທາຍ

