ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ ມື້ເຊົ້ານີ້ ເນື່ອງໃນວັນປຸກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2020.
ພ້ອມດຽວກັນ ກິດຈະກໍາດັ່ງກ່າວ ຍັງເປັນການໂຄສະນາໃຫ້ແກ່ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ທີ່ຈະໝູນວຽນມາຮອດໃນວັນທີ 5 ມິຖຸນາ 2020 ນີ້.
ກິດຈະກໍາປູກຕົ້ນໄມ້ດັ່ງກ່າວ ຈັດຂື້ນມື້ເຊົ້ານີ້ ຢູ່ບໍລິເວນຫໍມູນເຊື້ອຊາວໜຸ່ມ-ເຍົາວະຊົນ ເຂດບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ, ບັນດາສະມາຊິກຊາວຫນຸ່ມ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ.
ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ ນີ້, ນາຍົກລັດຖະມົນຕີ ໃນນາມລັດຖະບານ ກໍຮຽກຮ້ອງຜ່ານສານອວຍພອນໃນໂອກາດວັນດັ່ງກ່າວ ມາຍັງບັນດາອົງການການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ໃນໂອກາດດຽວກັນນີ້, ພາກສ່ວນຕ່າງໆ ໃນທົ່ວປະເທດ ກໍ່ໄດ້ຮ່ວມກັນຈັດກິດຈະກໍາປູກຕົ້ນໄມ້ ພາຍໃຕ້ຄໍາຂວັນ “ການປູກຕົ້ນໄມ້ ແມ່ນພັນທະ ແລະ ໜ້າທີ່ຂອງປວງຊົນລາວທັງຊາດ ແລະ ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ອຸດົມສົມບູນຕະຫຼອດໄປ”. ພ້ອມດຽວກັນ ກໍ່ເພື່ອໃຫ້ບັນລຸຕາມແຜນທີ່ລັດຖະບານໄດ້ວາງໄວ້ ຄືໃຫ້ເນື້ອທີ່ປ່າປົກຫຸ້ມ 70% ໃນທົ່ວປະເທດ ໃນປີ 2020 ນີ້.
ຂ່າວ: ວຽງຈັນທາຍ