ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ
ພົບເຫັນເຮືອຈອດຢູ່ແຄມນ້ຳຂອງ ໃນຂອບເຂດບ້ານ ປາກມີ້ ເມືອງຊະນະຄາມ ແຂວງວຽງຈັນແຕ່ບໍ່ມີເຈົ້າຂອງ ກວດຄົ້ນພົບຢາເສບຕິດ ປະເພດຢາໄອສ ຈຳນວນ 6 ເປົາ ມີ 278 ຖົງ ເທົ່າກັບ 278 ກິໂລກຣາມ ຄາດວ່າຄົນບໍ່ດີລັກລອບຂົນຂ້າມມາແຕ່ຝັ່ງປະເທດໄທ.
ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຊະນະຄາມກ່າວ ໃຫ້ຮູ້ວ່າ: ເວລາ 22 ໂມງ ຂອງວັນທີ 13 ມິຖຸນາ 2026 ເຈົ້າໜ້າທີ່ພົບວັດຖຸຕ້ອງສົງໄສວ່າແມ່ນສິ່ງທີ່ຜິດກົດໝາຍເຊິ່ງມີການຫຸ້ມຫໍ່ດ້ວຍຖົງຢາງໃຫຍ່ສີດຳຄຽນດ້ວຍສະກອດເທບໃສຈຳນວນ 6 ເປົາ ຢູ່ໃນເຮືອຈອດຢູ່ແຄມນໍ້າຂອງ ແຕ່ບໍ່ພົບເຫັນເຈົ້າຂອງວັດຖຸດັ່ງກ່າວ, ຈາກນັ້ນເຈົ້າໜ້າທີ່ຈຶ່ງນໍາເອົາວັດຖຸຕ້ອງສົງໄສດັ່ງກ່າວ ຂື້ນມາກອງບັນຊາການ ປກສ ເມືອງຊະນະຄາມ ແລະ ໄດ້ກວດກາເບິ່ງວັດຖຸຈຳນວນດັ່ງກ່າວນັ້ນຈຶ່ງຮູ້ວ່າ ແມ່ນຢາເສບຕິດປະເພດຢາໄອສທັງໝົດ.
ປັດຈຸບັນ, ເຈົ້າໜ້າທີ່ກຳລັງເກັບກຳ ຂໍ້ມູນຫຼັກຖານຕ່າງໆ ພ້ອມທັງຕິດຕາມເປົ້າໝາຍ ຜູ້ກະທຳຜິດມາຮັບໂທດຕາມລະບຽບກົດໝາຍ.
ຂ່າວ: ປກສ ແຂວງວຽງຈັນ ໂພທິສານ

