ເພື່ອເປັນການປະກອບສ່ວນໃນວຽກງານປ້ອງກັນພະຍາດໂຄ ວິດ-19 ບໍ່ໃຫ້ແຜ່ລາມໃນວົງກ້ວາງຢູ່ ສປປ ລາວ, ນັບແຕ່ວັນທີ 19 ເມສາ ຫາ 31 ພຶດສະພາ 2020 ໄດ້ມີຜູ້ໃຫ້ການຊ່ວຍເຫຼືອເງິນສົດ ແລະ ອຸປະກອນການແພດ ທີ່ມາຈາກ 99 ພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ລວມມູນຄ່າຫຼາຍກວ່າ 38 ຕື້ກີບ, ເປັນເງິນຕາຕ່າງປະເທດຫຼາຍກວ່າ 4 ລ້ານໂດລາ ແລະ 8 ລ້ານບາດ. ພ້ອມດຽວກັນ ກໍ່ໄດ້ຮັບການຊ່ວຍເຫຼືອເປັນເງິນສົດ ເປັນເງິນກີບຫຼາຍກວ່າ 11 ຕື້ກີບ; ເປັນເງິນຕາຕ່າງປະເທດ 497.892 ໂດລາ ແລະ 4.581.500 ບາດ.
ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ໄດ້ກ່າວໃນພິທີຖະແຫຼງຂ່າວ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ ໄຂການລະບາດຂອງພະຍາດໂຄວິດ-19 ມື້ວານນີ້ວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດໃນທົ່ວໂລກ, ລັດຖະບານລາວ ແມ່ນໄດ້ເພີ່ມທະວີມາດຕະການໃນການປ້ອງກັນພະຍາດດັ່ງກ່າວ ແລະ ມີການໃຊ້ທຶນຈໍານວນຫຼາຍໃນການຈັດຊື້ອຸປະກອນການແພດ ແລະ ອື່ນໆ.
ທ່ານ ບຸນໂຈມ ໄດ້ກ່າວຕື່ມວ່າ: ສະເພາະການແຈກຢາຍອຸປະກອນການແພດ ໃນຂອບເຂດທົ່ວປະເທດ ນັບມາຮອດປະຈຸບັນ ແມ່ນໄດ້ມີການແຈກຢາຍໃຫ້ແກ່ບັນດາໂຮງໝໍສູນກາງ, ໂຮງໝໍທີ່ປິ່ນປົວພະຍາດ ໂຄວິດ-19 ແລະ ພາກສ່ວນອື່ນໆ ທັງໝົດ 24 ພາກສ່ວນ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ