ເຈົ້າໜ້າທີ່ຈັບແກ້ງ 10 K ທີ່ໃຊ້ງ້າວໄລ່ຟັນ ປະຊາຊົນ

ເຈົ້າໜ້າທີ່ຈັບແກ້ງ 10 K ທີ່ໃຊ້ງ້າວໄລ່ຟັນ ປະຊາຊົນ

ເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ກັກຕົວກຸ່ມແກ້ງ 10 K 7 ຄົນ ເມື່ອມໍ່ໆມານີ້ ທີ່ໃຊ້ງ້າວ ໄລ່ຟັນປະຊາຊົນເສັ້ນທາງເຂດແຄມຂອງ-ປະຕູໄຊ – ທາດຂາວ.

7 ຄົນດັ່ງກ່າວມີທ້າວ ເຮຄໍາ 17 ປີ ແລະ ທ້າວ ໄມ ອາຍຸ 15 ປີ ປັດຈຸບັນ ຢູ່ບ້ານ ສະພານທອງເໜືອ ເມືອງສີສັດຕະນາກ, ທ້າວ ລອຍ ອາຍຸ 17 ປີ ແລະ ທ້າວ ສົມສີ ອາຍຸ 16 ປີ ທັງສອງຢູ່ບ້ານຊຽງດາ ເມືອງໄຊເສດຖາ, ທ້າວບຸນທຽນ ອາຍຸ 17 ປີ,ທ້າວໂບ້ ອາຍຸ 17 ປີ ແລະ ທ້າວ ມະນີໄຊ ອາຍຸ 17 ປີ ທັງ 3 ຄົນ ຢູ່ບ້ານຂົວຫຼວງ ເມືອງ ຈັນທະບູລີ.

ພວກກ່ຽວໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ ວ່າ: ພວກຕົນແມ່ນມີ ຊື່ກຸ່ມ 10K ມີສະມາຊິກທັງໝົດປະມານ 20 ກວ່າ ຄົນ ແຕ່ລະມື້ແມ່ນຈັບກຸ່ມກັນຂັບຂີ່ລົດຈັກ 8-10 ຄັນ ເລາະກາງຄືນຢູ່ເສັ້ນທາງແຄມຂອງ, ເຂດອະນຸສາວະລີ (ປະຕູໄຊ) ໃນນະຄອນຫຼວງວຽງຈັນ ພົບເຫັນໄວລຸ້ນຍ່າງຕາມແຄມທາງແມ່ນໃຊ້ມີດ, ງ້າວ, ດືກແກ້ວເບຍໃສ່, ຂີ້ລົດເລາະຊອກກຸ່ມໄວລຸ້ນຕາມສາຍທາງ. ຜ່ານມາກໍ່ເຫດມາແລ້ວຫຼາຍຄັ້ງຄື: ວັນທີ 5 ພຶດສະພາ 2026 ເຄື່ອນໄຫວກໍ່ເຫດໃຊ້ງ້າວໄລ່ຟັນ ກັບໄວລຸ້ນ ຢູ່ເຂດເສັ້ນທາງປະຕູໄຊເມືອງຈັນທະບູລີ, ວັນທີ 6 ພຶດສະພາ 2026 ກໍ່ເຫດໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດເສັ້ນທາງ ແຄມຂອງຫຼັງໂຮງແຮມດອນຈັນ ເມືອງສີສັດຕະນາກ ບາດເຈັບ 2 ຄົນ, ວັນທີ 13 ພຶດສະພາ 2026 ກໍ່ເຫດໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດເສັ້ນທາງປະຕູໄຊ ເມືອງຈັນທະບູລີ, ວັນທີ 30 ພຶດສະພາ 2026 ໃຊ້ງ້າວໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດບ້ານທາດຂາວ ເມືອງສີສັດຕະນາກ ບາດເຈັບ 1 ຄົນ.

ກ່ອນຈະກັກຕົວກຸ່ມຄົນດັ່ງກ່າວ, ຍ້ອນເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຮັບເເຈ້ງຄວາມຈາກຜູ້ຖືກເຄາະຮ້າຍ.

ທີ່ມາ: ຄວາມສະຫງົບ

Related Articles

Leave a Reply