Vientiane Times Lao
ໂຄງ­ການ​ລ້ຽງ​ງົວຢູ່ແຂວງຊຽງຂວາງ ຈະຊ່ວຍຫຼຸດຜ່ອນຄວາມຂາດແຄນຊີ້ນງົວ

ໂຄງ­ການ​ລ້ຽງ​ງົວຢູ່ແຂວງຊຽງຂວາງ ຈະຊ່ວຍຫຼຸດຜ່ອນຄວາມຂາດແຄນຊີ້ນງົວ

ລັດ­ຖະ­ບານລາວ ໄດ້ອະນຸຍາດໃຫ້ບໍ­ລິ­ສັດ ໂອເຊຍໂນ ຈຳ­ກັດ ໃນການສຶກສາ ຫຼື ສຳຫຼວດຄວາມເປັນໄປໄດ້ໃນການ­ການລ້ຽງງົວພັນຊີ້ນ ແລະ ງົວພັນນົມ ເພື່ອຈຳ­ໜ່າຍພາຍໃນ ແລະ ສົ່ງອອກຕ່າງ­ປະ­ເທດ ຢູ່ບ້ານລາດງ່ອນ ແລະ ບ້ານນາຄູນ ເມືອງແປກ ແຂວງຊຽງຂວາງ ໃນເນື້ອ­ທີ່ 150 ເຮັກ­ຕາ ຊຶ່ງບໍລິສັດດັ່ງກ່າວຈະລົງ­ທຶນເບື້ອງຕົ້ນປະມານ 44,96 ຕື້ກີບ (5 ລ້ານໂດລາ), ໂດຍຈະໃຊ້ເວ­ລາໃນການສຶກສາ  12 ເດືອນ.

ໂຄງການລ້ຽງງົວພັນຊີ້ນ ແລະ ງົວພັນນົມນີ້ ແມ່ນຈຸດປະສົງຫຼັກອັນໜຶ່ງຂອງລັດຖະບານລາວ ໃນການຂະຫຍາຍການລ້ຽງສັດໃຫຍຢູ່ລາວ ເພື່ອເປັນການຫຼຸດຜ່ອນຄວາມຂາດແຄນຊີ້ນ ໂດຍສະເພາະຊີ້ນງົວຢູ່ໃນທ້ອງຕະຫຼາດ ຊຶ່ງໄດ້ເຮັດໃຫ້ລາຄາຊີ້ນງົວສູງເຖິງ 75,000-80,000 ກີບ/ໂລ ໃນປັດຈຸນັນ.

ພິ­ທີເຊັນສັນຍາໃນການອະນຸຍາດບໍລິສັດດັ່ງກ່າວໃນການສຶກສາ ຫຼື ສຳຫຼວດຄວາມເປັນໄປໄດ້ຂອງໂຄງ­ການລ້ຽງງົວດັ່ງ­ກ່າວ ແມ່ນໄດ້ຈັດຂຶ້ນໃນບໍ່ດົນມານີ້ ຢູ່ທີ່ພະແນກແຜນ­ການ ແລະ ການລົງ­ທຶນແຂວງຊຽງຂວາງ ເຊິ່ງເຊັນໂດຍ ທ່ານ ບົວເງິນ ຫຸມໄຊຍະພົມ ຫົວ­ໜ້າພະແນກແຜນ­ການ ແລະ ການລົງ­ທຶນແຂວງຊຽງຂວາງ ແລະ ທ່ານ ຄອນຄຳ ອິນທະວົງ ປະ­ທານບໍ­ລິ­ສັດ ໂອເຊຍໂນ ຈຳ­ກັດ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຕົ້ນ ໄຊຍະພອນ ເຈົ້າ­ແຂວງຊຽງຂວາງ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ 

Related Articles

Leave a Reply