ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສປປ ລາວ ມີສິດທິພິເສດທາງການຄ້າ ໂດຍແບ່ງອອກເປັນ 2 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ (GSP) ແລະ ແບບຕອບແທນກັນ ຫຼື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຶ່ງທັງ 2 ຮູບແບບນີ້ ລາວມີສິດທິພິເສດຢູ່ຫຼາຍກວ່າ 30 ປະເທດ.
ໃນປີ 2019 ສປປ ລາວ ໄດ້ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າໄປຍັງ 38 ປະເທດ, ຊຶ່ງການສົ່ງອອກໄປຫຼາຍກວ່າໝູ່ແມ່ນໄປປະເທດໄທ ມີມູນຄ່າປະມານ 361 ລ້ານກວ່າໂດລາ, ສປ ຈີນ 322 ລ້ານກວ່າໂດລາ ແລະ ຫວຽດນາມ 312 ລ້ານກວ່າໂດລາ.
ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າພາຍໃຕ້ສິດທິພິເສດດັ່ງກ່າວມີທັງໝົດ 33 ປະເທດ ຊຶ່ງໄທຍັງເປັນອັນດັບໜຶ່ງທີ່ລາວນຳເຂົ້າສິນຄ້າຫຼາຍກວ່າປະເທດອື່ນໆ ມີມູນຄ່າປະມານ 380 ລ້ານກວ່າໂດລາ, ຮອງລົງມາແມ່ນ ສປ ຈີນ 98 ລ້ານກວ່າໂດລາ ແລະ ສສ ຫວຽດນາມ 86 ລ້ານກວ່າໂດລາຕາມລໍາດັບ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ