ຄະນະສະເພາະກິດໄດ້ຖະແຫຼງຂ່າວໃຫ້ຊາບໃນຕອນບ່າຍຂອງວັນທີ 3 ມິຖຸນາ 2020 ວ່າ ມື້ນີ້ຜູ້ປ່ວຍຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍອີກ 2, ເຊິ່ງຜູ້ກ່ຽວຈະໄດ້ກັບບ້ານໄປຈໍາກັດບໍລິເວນອີກ 14 ວັນ ແລະ ກັບໄປກວດພະຍາດຄືນໃໝ່ອີກຢູ່ໂຮງໝໍ ຖ້າວ່າມີອາການປົກກະຕິ ຈຶ່ງຈະໄດ້ປະຕິບັດກິດຈະກໍາປົກກະຕິໃນສັງຄົມ.
ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບອີກວ່າ ມື້ນີ້ເປັນມື້ສຸດທ້າຍໃນການຖະແຫຼງຂ່າວໂດຍໂຈະການຖ່າຍທອດສົດ, ຖ້າມີສະຖານະການໃໝ່ຮີບດ່ວນ ຈຶ່ງຈະກັບມາຖ່າຍທອດສົດຄືນໃໝ່. ຂໍໃຫ້ບັນດາທ່ານຕິດຕາມຂ່າວຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ ທ່ານຍັງສາມາດຕິດຕາມໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນ ຂ່າວສານການແພດ ແລະ ສຸຂະສຶກສາ.
ສ່ວນຜູ້ທີ່ອອກໂຮງໝໍໃນມື້ນີ້ແມ່ນກໍລະນີທີ 10 ເປັນເພດຍິງ ອາຍຸ 21 ປີ ຢູ່ບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງຜູ້ກ່ຽວເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 31 ມີນາ 2020, ເຊິ່ງໃຊ້ເວລາປິ່ນປົວ 64 ວັນ ແລະ ອີກໜຶ່ງຄົນແມ່ນ ກໍລະນີທີ 17 ເປັນເພດຍິງ ອາຍຸ 32 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງດຽວກັນ ຜູ້ກ່ຽວເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 11 ເມສາ 2020, ເຊິ່ງໃຊ້ເວລາປິ່ນປົວ 54 ວັນ.
ສໍາລັບຢູ່ລາວ ນັບມາຮອດ ວັນທີ 3 ມິຖຸນາ 2020 ຈໍານວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ທົ່ວປະເທດ ຍັງເປັນ 19 ຄົນເທົ່າເດີມ ໃນນີ້ເພດຍິງ 10 ຄົນ ໃນນີ້ກວດພົບຢູ່ນະຄອນຫຼວງວຽງຈັນ 16 ຄົນ ເປັນຊາວຕ່າງປະເທດ 1 ຄົນ ແລະ ຢູ່ແຂວງຫຼວງພະບາງ 3 ຄົນ, ເຊິ່ງໄດ້ປີ່ນປົວຫາຍດີ ແລະ ກັບບ້ານແລ້ວ 18 ຄົນ ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 15 ແລະ ຫຼວງພະບາງ 3 ຄົນ. ປະຈຸບັນ ຍັງເຫຼືອພຽງ 1 ຄົນ ທີ່ຍັງສືບຕໍ່ຕິດຕາມອາການຢູ່ໂຮງໝໍມິດຕະພາບ ແມ່ນເພດຊາຍຈະໄດ້ຕິດຕາມອາການຕໍ່ໄປ.
ຂ່າວ: ວຽງຈັນທາຍ